ຫຼາຍທ້ອງຖິ່ນຢູ່ມຽນມາມີອາກາດຮ້ອນແຮງທີ່ສຸດໃນຮອບ60ປີ ເຮັດໃຫ້ຫຼາຍກວ່າ 10 ຄົນເສຍຊີວິດຍ້ອນເມົາແດດ

CRI, May 6, 2023
Size:

ອົງການອຸຕຸນິຍົມມຽນມາແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ, ແຫ່ງຕ່າງໆໃນທົ່ວປະເທດມຽນມາມີອຸນຫະພູມສູງຂຶ້ນຢ່າງຕໍ່ເນື່ອງ, ມາເຖິງປັດຈຸບັນ, ຢ່າງໜ້ອຍມີ 4 ຕົວເມືອງໄດ້ມີອາກາດຮ້ອນແຮງທີ່ສຸດ ເຊິ່ງສ້າງສະຖິຕິອຸນຫະພູມສູງສຸດໃນເກືອບ60ປີຜ່ານມາ. ຢ່າງໜ້ອຍມີ 10 ຕົວເມືອງມີອຸນຫະພູມຫຼາຍກວ່າ 40 ອົງສາ, ບາງເຂດແຄວ້ນຢູ່ພາກກາງ ແລະພາກຕາເວັນຕົກມີອຸນຫະພູມສູງເຖິງ 44 ອົງສາ ເຊິ່ງໄດ້ສ້າງສະຖິຕິສູງໃຫມ່ເລື້ອຍໆນັບຕັ້ງແຕ່ມີການບັນທຶກໄວ້ໃນປະຫວັດສາດມຽນມາ. ຜູ້ຊ່ຽວຊານອຸຕຸນິຍົມໄດ້ຕີລາຄາວ່າ ປີ 2023 ເປັນປີທີ່ອາກາດຮ້ອນທີ່ສຸດນັບແຕ່ມີການບັນທຶກໄວ້ໃນປະຫວັດສາດມຽນມາ.

ນັບມາຮອດປັດຈຸບັນ, ທົ່ວປະເທດມຽນມາມີຫຼາຍກວ່າ10ຄົນໄດ້ເສຍຊີວິດຍ້ອນເມົາແດດ. ອົງການອຸຕຸນິຍົມມຽນມາໄດ້ອອກແຈ້ງການຢ່າງຕໍ່ເນື່ອງເພື່ອເຕືອນໃຫ້ມວນຊົນເອົາໃຈໃສ່ການປ້ອງກັນເມົາແດດ, ພະຍາຍາມຫຼຸດຜ່ອນການເຮັດວຽກຫຼືເຄື່ອນໄຫວຢູ່ນອກເຮືອນໃນກາງເວັນໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້.