ໄທມີຜູ້ເປັນພະຍາດໄຂ້ເລືອດອອກຫຼາຍກວ່າ13.000 ຄົນ ມີຜູ້ເສຍຊີວິດແລ້ວ12 ຄົນ

CRI, May 5, 2023
Size:

ວັນທີ 1 ພຶດສະພານີ້, ກົມຄວບຄຸມພະຍາດກະຊວງສາທາລະນະສຸກໄທໄດ້ເຜີຍແຜ່ບົດລາຍງານວ່າ: ລະຫວ່າງວັນທີ 1 ມັງກອນຫາວັນທີ 26 ເມສາ 2023 ນີ້, ຜູ້ຖືກບົ່ງມະຕິພະຍາດໄຂ້ເລືອດອອກຢູ່ປະເທດໄທມີເຖິງ 13.159 ຄົນ ແລະໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 12 ຄົນ.

ບົດລາຍງານລະບຸວ່າ: ໃນໄລຍະອາທິດໜຶ່ງຜ່ານມາ, ຢູ່ປະເທດໄທມີຜູ້ຖືກບົ່ງມະຕິພະຍາດໄຂ້ເລືອດອອກ 1.274 ຄົນ ເຊິ່ງປາກົດມີທ່າອ່ຽງເພີ່ມຂຶ້ນ. ກະຊວງສາທາລະນະສຸກໄທເຕືອນໃຫ້ມວນຊົນນຳໃຊ້ວິທີຕ່າງໆເຊັ່ນກຳຈັດແຫຼ່ງແພ່ພັນຂອງຍູງລາຍ ແລະປ້ອງກັນບໍ່ໃຫ້ຖືກຍູງກັດເປັນຕົ້ນ ເພື່ອຕັດຊ່ອງທາງການແພ່ເຊື້ອ, ສະກັດກັ້ນບໍ່ໃຫ້ພະຍາດແພ່ຂະຫຍາຍກວ້າງອອກ.