ໝາກໄມ້ 10.000 ກວ່າໂຕນໄດ້ຂົນສົ່ງເຂົ້າສູ່ປະເທດຈີນໂດຍຜ່ານເສັ້ນທາງລົດໄຟຈີນ-ລາວ

CRI, May 5, 2023
Size:

ກຸ່ມບໍລິສັດຄຸນໝິງເສັ້ນທາງລົດໄຟແຫ່ງຊາດຈີນຈຳກັດໃຫ້ຮູ້ວ່າ: ຄຽງຄູ່ກັບສະຖານທີ່ຕິດຕາມຄຸ້ມຄອງໝາກໄມ້ເຂົ້າດ່ານຢູ່ດ່ານເສັ້ນທາງລົດໄຟບໍ່ຫານແຂວງຢຸນນານເລີ່ມໃຫ້ບໍລິການໃນເດືອນທັນວາປີ 2022, ໝາກໄມ້ທີ່ຖືກຂົນສົ່ງໄປປະເທດຈີນດ້ວຍເສັ້ນທາງລົດໄຟຈີນ-ລາວນັບມື້ນັບເພີ່ມຫຼາຍຂຶ້ນ. ນັບມາຮອດວັນທີ 28 ເມສາ 2023, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງໝາກມັງຄຸດ, ໝາກຖົ່ວລຽນ ແລະ ໝາກໄມ້ອື່ນໆເປັນຈຳນວນ 11.000 ໂຕນ ເຊິ່ງເຮັດໃຫ້ຕະຫຼາດໝາກໄມ້ຂອງຈີນມີປະເພດໝາກໄມ້ທີ່ອຸດົມສົມບຸນຂຶ້ນ.

ຕາມຂ່າວແຈ້ງວ່າ: ແຕ່ເດືອນເມສາປີນີ້ເປັນຕົ້ນມາ, ໝາກໄມ້ເຂດຮ້ອນໄດ້ມີຂາຍຢູ່ຕະຫຼາດຢ່າງຫຼວງຫຼາຍ, ໄດ້ຮັບຄວາມນິຍົມຈາກຕະຫຼາດໝາກໄມ້ ແລະ ຜູ້ບໍລິໂພກຂອງຈີນ, ປັດຈຸບັນ, ທຸກມື້ຈະມີລົດໄຟຂະບວນໜຶ່ງທີ່ຂົນສົ່ງໝາກໄມ້ເຂົ້າສູ່ປະເທດຈີນດ້ວຍເສັ້ນທາງລົດໄຟຈີນ-ລາວ, ແລ້ວຈະຂົນສົ່ງໄປສູ່ຕົວເມືອງໃຫຍ່ຕ່າງໆຂອງຈີນ ເຊັ່ນ: ນະຄອນຄຸນໝິງ, ນະຄອນເສີງຕູ່, ນະຄອນກວາງໂຈ່ ແລະ ອື່ນໆ.