ຈີນ ແລະ ລາວຮ່ວມມືກັນອົບຮົມຄູສອນພາສາຈີນຂອງລາວ

CRI, May 4, 2023
Size:

ວັນທີ 26 ເມສາ 2023 ນີ້, ພິທີເຊັນສັນຍາອົບຮົມຄູສອນພາສາຈີນຂອງລາວເອງລະຫວ່າງສູນການ ແລກປ່ຽນ ແລະຮ່ວມມືພາສາຈີນ-ຕ່າງປະເທດຂອງກະຊວງສຶກສາທິການຈີນ, ມະຫາວິທະຍາໄລຊົນເຜົ່າກວາງຊີ, ແລະມະຫາວິທະຍາໄລແຫ່ງຊາດລາວໄດ້ຈັດຂຶ້ນຢູ່ສະຖາບັນຂົງຈື້ຂອງມະຫາວິທະຍາໄລແຫ່ງຊາດລາວ.

ໂຄງການດັ່ງກ່າວຈະໃຫ້ທຶນສະໜັບສະໜູນນັກສຶກສາລາວ 60 ຄົນທີ່ຮຽນວິຊາຄູລະດັບປະລິນຍາຕີໃນສະຖາບັນຂົງຈື້ໄປຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ, ເພື່ອຊ່ວຍເຫຼືອຝ່າຍລາວອົບຮົມຄູສອນພາສາຈີນດ້ວຍຮູບແບບ “2+2”. ການເຊັນສັນຍາເທື່ອນີ້ຈະຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນການສຶກສາດ້ານພາສາລະຫວ່າງສອງປະເທດຕື່ມອີກ, ທັງເສີມຂະຫຍາຍບົດບາດທີ່ຕັ້ງໜ້າກວ່າເກົ່າໃນການເຊື່ອມສາຍພົວພັນທາງຈິດໃຈ ແລະ ເສີມສ້າງມິດຕະພາບລະຫວ່າງ ປະຊາຊົນສອງຊາດ.

ທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາລາວ, ແລະທ່ານອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວກ່າວວ່າ, ໂຄງການອົບຮົມຄູສອນພາສາຈີນລະຫວ່າງສາມຝ່າຍ, ຈະຊຸກຍູ້ວຽກງານການສຶກສາຂອງລາວ ໂດຍສະເພາະແມ່ນການສ້າງຄູສອນພາສາຈີນ, ແລະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການອົບຮົມຄູສອນພາສາຈີນທີ່ດີເດັ່ນຂອງລາວເອງໃນອະນາຄົດ.