ລັດຖະບານລາວປັບຂຶ້ນຄ່າແຮງງານຕ່ຳສຸດ

CRI, May 4, 2023
Size:

ເພື່ອຜ່ອນຄາຍຄວາມທຸກຍາກຂອງຜູ້ອອກແຮງງານ, ລັດຖະບານລາວໄດ້ເຫັນດີເພີ່ມຄ່າແຮງງານຕ່ຳສຸດສຳລັບຜູ້ອອກແຮງງານຢູ່ລາວ ຈາກ 1.200.000 ກີບຂຶ້ນເປັນ 1.300.000 ກີບ ນັບແຕ່ວັນທີ 1 ພຶດສະພາ 2023 ເປັນຕົ້ນໄປ.

ຂໍ້ຕົກລົງດັ່ງກ່າວແມ່ນຕົກລົງໂດຍທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໃນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ 2023 ທີ່ຈັດຂຶ້ນລະຫວ່າງວັນທີ 25 ຫາ 26 ເມສານີ້.

ນອກຈາກປັບຂຶ້ນຄ່າແຮງງານຕ່ຳສຸດແລ້ວ, ທ່ານສອນໄຊ ສີພັນດອນ ຍັງໄດ້ ຊີ້ແຈງໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງດຳເນີນການປະເມີນຕໍ່ການເຮັດແນວໃດ ຈຶ່ງຈະສສາມາດເຮັດໃຫ້ການປັບຂຶ້ນຄ່າແຮງງານຕ່ຳສຸດສອດຄ່ອງກັບສະພາບການເສດຖະກິດຕົວຈິງໃນປັດຈຸບັນ.

ນອກນີ້, ທ່ານສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າກ່ຽວກັບການປັບຂຶ້ນຄ່າແຮງງານ ແລະລາຍງານຜົນການຄົ້ນຄວ້າດັ່ງກ່າວຕໍ່ລັດຖະບານໃນໄຕມາດທີ 3 ຂອງປີນີ້.