ກອງປະຊຸມການຮ່ວມມືລະດັບທ້ອງຖິ່ນ LM (ແຂວງເຈີຈ່ຽງ) ສປ ຈີນ ປະຈໍາປີ 2023 ໄດ້ຈັດຂຶ້ນຜ່ານລະບົບອອນລາຍ-ອອຟລາຍ

lmcchina.org, April 28, 2023
Size:

ໃນວັນທີ 20 ເມສາ  ທີ່ຜ່ານມາ,  ກອງປະຊຸມການຮ່ວມມືລະດັບທ້ອງຖິ່ນ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM) (ແຂວງເຈີຈ່ຽງ) ສປ ຈີນ ປະຈໍາປີ 2023 ໄດ້ຈັດຂຶ້ນໃນຮູບແບບກອງປະຊຸມເຊິ່ງໜ້າ ແລະ ແບບອອນລາຍ ພາຍໃຕ້ຫົວຂໍ້ “ສານຝັນຄວາມອຸດົມຮັ່ງມີ LM,  ຮ່ວມກັນສ້າງແລວທາງປະສານງານຫຼຸດຜ່ອນຄວາມທຸກຍາກ” ເຊິ່ງໃນກອງປະຊຸມດັ່ງກ່າວໄດ້ມີການແບ່ງປັນປະສົບການພັດທະນາທີ່ມີປະສິດທິພາບ ແລະ ປະສິດທິຜົນ ຂອງເຂດສາທິດໃນການສ້າງຄວາມອຸດົມຮັ່ງມີຢ່າງມີຄຸນນະພາບສູງ ເພື່ອເສີມຂະຫຍາຍການຮ່ວມມືແລກປ່ຽນບົດຮຽນລະຫວ່າງ ແຂວງເຈີຈ່ຽງ ກັບ ບັນດາປະເທດແມ່ນໍ້າຂອງ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ “ຂໍ້ລິເລີ່ມການພັດທະນາຂອງທົ່ວໂລກ”.

ໃນທີ່ປະຊຸມ, ເມືອງຫວູອີ, ສະຖາບັນເຕັກໂນໂລຊີເວີນໂຈ່ວ, ບ້ານຊ້າງຈ້ານໂຖວເມືອງຢູ້ຮວນ, ກຸ່ມບໍລິສັດເຈີ້ງໄທ້, ຜູ້ຕາງໜ້າຊາວໜຸ່ມລາວ ແລະ ພາກສ່ວນຕ່າງໆກໍໄດ້ແລກປ່ຽນ ແລະ ແບ່ງປັນບົດຮຽນນໍາກັນໂດຍປິ່ນອ້ອມຫົວຂໍ້ຫຼັກ ເຊັ່ນ: ການຍ້າຍຈາກພູສູງເພື່ອສ້າງຄວາມຮັ່ງມີຮ່ວມກັນ,ການປະກອບອາຊີບຂອງຊາວໜຸ່ມເພື່ອສ້າງຄວາມຮັ່ງມີຮ່ວມກັນ, ການທີ່ໄທບ້ານ ຖືຫຸ້ນເພື່ອສ້າງຄວາມຮັ່ງມີຮ່ວມກັນ, ການພັດທະນາແບບສີຂຽວ, ການສຶກສາຢູ່ຕ່າງປະເທດເພື່ອສ້າງເສດຖະກິດ ແລະຫົວຂໍ້ອື່ນໆ. ທີ່ປະຊຸມຍັງໄດ້ລົງນາມເອກະສານສັນຍາ 3 ສະບັບ ກ່ຽວກັບການສ້າງເມືອງມິດຕະພາບ, ການຮ່ວມມືດ້ານສາທາລະນະສຸກ ແລະ ການຮ່ວມມືດ້ານການສຶກສາ.