ໂຄງການຮ່ວມມືສາກົນ ກ່ຽວກັບການບໍລິຫານດິນຊຸ່ມແບບຍືນຍົງ ຢູ່ເຂດລ້ອງ LM ໄດ້ຈັດກິດຈະກໍາສັບປະດາເຜີຍແຜ່ ການຮ່ວມມື LM

lmcchina.org, April 28, 2023
Size:

ໃນມໍ່ໆມານີ້, ໂຄງການຮ່ວມມືສາກົນ ກ່ຽວກັບການບໍລິຫານດິນຊຸ່ມແບບຍືນຍົງ ໃນເຂດລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM) ໄດ້ຈັດກິດຈະກໍາສັບປະດາເຜີຍແຜ່ການຮ່ວມມື LM ຂຶ້ນ, ຊຶ່ງມີຜູ້ເຂົ້າຮ່ວມ ຈໍານວນ 14 ຄົນ ທີ່ຕາງໜ້າຈາກ 5 ປະເທດ ຄື: ສປ ຈີນ, ໄທ, ມຽນມາ, ລາວ ແລະ ກໍາປູເຈຍ ໂດຍໄດ້ເຂົ້າຮ່ວມ ຜ່ານລະບົບອອນລາຍ.

ຜູ້ຕາງໜ້າຝ່າຍຈີນໄດ້ຫວນຄືນໂດຍຫຍໍ້ກ່ຽວກັບການດໍາເນີນງານເບື້ອງຕົ້ນຂອງໂຄງການ, ພ້ອມທັງໄດ້ນໍາສະເໜີສະພາບການປົກປັກຮັກສາເຂດດິນຊຸ່ມນໍ້າຂອງ ສປ ຈີນ ແລະ ແຜນຍຸດທະສາດວ່າດ້ວຍວຽກງານປົກປັກຮັກສາ ດິນຊຸ່ມຕາມລ້ອງ LM. ຜູ້ຕາງໜ້າຈາກ 4 ປະເທດ ກໍໄດ້ປະກອບຄໍາຄິດຄໍາເຫັນຕໍ່ການອອກແບບ ແລະ ການຈັດຕັ້ງປະຕິບັດຂອງໂຄງງານ.

ໂຄງການຮ່ວມມືດ້ານການບໍລິຫານດິນຊຸ່ມແບບຍືນຍົງຢູ່ລ້ອງ LM ແມ່ນໂຄງການທໍາອິດທີ່ບັນດາປະເທດໃນເຂດດັ່ງກ່າວໄດ້ສ້າງຂຶ້ນແບບການຮ່ວມມືອະນຸພາກພື້ນແບບໃໝ່ ໂດຍຜ່ານການຖ່າຍທອດເຕັກໂນໂລຊີປົກປັກຮັກສາດິນຊຸ່ມ ແລະການຝຶກອົບຮົມບຸກຄະລາກອນ ແລະ ດ້ານອື່ນໆ ເພື່ອສ້າງເປັນກົນໄກຮ່ວມມືທີ່ຮ່ວມກັນຫຼໍ່ລ້ຽງ, ຮ່ວມກັນສ້າງສາ ແລະ ຮ່ວມກັນຊົມ ໃຊ້. ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈະເຮັດໃຫ້ຫຼາຍປະເທດໃນໂລກ ມີຄວາມເຂົ້າໃຈຂຶ້ນຕື່ມ ກ່ຽວກັບວຽກງານການປົກປັກຮັກສາເຂດດິນຊຸ່ມຂອງຈີນ ແລະ ຜົນສໍາເລັດຂອງການສ້າງລະບົບນິເວດທີ່ດີຂອງຈີນຢູ່ເຂດລ້ອງ LM, ທັງເປັນການປະກອບສ່ວນເຂົ້າໃນການສ້າງພາບພົດທີ່ດີຂອງປະເທດໃຫຍ່ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດວິທະຍາແລະໃນການປະຕິບັດສົນທິສັນຍາສາກົນວ່າດ້ວຍດິນຊຸ່ມ, ທັງຈະເປັນການເສີມຂະຫຍາຍສາຍພົວພັນມິດຕະພາບບ້ານໃກ້ເຮືອນຄຽງທີ່ດີແບບຫຼາຍຝ່າຍລະຫວ່າງປະເທຈີນ ກັບ ບັນດາປະ ເທດອ້ອມຂ້າງທີ່ຢູ່ຕາມລ້ອງ LM.