ບໍລິສັດການບິນຕ່າງໆຂອງຈີນຈະບໍ່ກວດໃບຢັ້ງຢືນການກວດກາເຊື້ອພະຍາດໂຄວິດ-19 ກ່ອນຂຶ້ນຍົນຕໍ່ຜູ້ໂດຍສານທີ່ເດີນທາງມາຈີນ ແຕ່ວັນທີ 29 ເມສານີ້ເປັນຕົ້ນໄປ

CRI, April 28, 2023
Size:

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 25 ເມສານີ້, ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນ ແລະ ຕ່າງປະເທດ, ຈີນຈະປັບປ່ຽນການກວດກາເຊື້ອພະຍາດແຕ່ຕົ້ນທາງໃຫ້ດີຂຶ້ນຕື່ມອີກ ຕາມຫຼັກການທີ່ປອດໄພ, ຖືກຕ້ອງຕາມຫຼັກວິທະຍາສາດຢ່າງເປັນລະບຽບຮຽບຮ້ອຍ.

ທ່ານນາງມາວນິງກ່າວຕື່ມວ່າ: ນັບແຕ່ວັນທີ 29 ເມສານີ້ເປັນຕົ້ນໄປ, ຜູ້ໂດຍສານທີ່ເດີນທາງມາຈີນທຸກຄົນ ຈະສາມາດເອົາຜົນກວດອັນທີແກນພາຍໃນ 48 ຊົ່ວໂມງ ໃຊ້ແທນຜົນກວດນິວຄະເລອິກ, ບໍລິສັດການບິນຈະບໍ່ກວດໃບຢັ້ງຢືນຜົນການກວດກາອີກກ່ອນຈະຂຶ້ນຍົນ. “ໃນຂະນະດຽວກັນ, ພວກເຮົາຂໍເຕືອນໃຫ້ຜູ້ໂດຍສານເຂົ້າ-ອອກເມືອງຕ້ອງຄຸ້ມຄອງ ແລະ ຕິດຕາມສຸຂະພາບຂອງຕົນເປັນຢ່າງດີກ່ອນຈະອອກເດີນທາງ, ປະຕິບັດຕາມຄວາມຮຽກຮ້ອງຕ້ອງການດ້ານການປ້ອງກັນພະຍາດຂອງຈີນ ແລະ ທ້ອງຖິ່ນທີ່ເປັນຈຸດໝາຍປາຍທາງຂອງຕົນ, ຮັບປະກັນການອອກເດີນທາງຢ່າງມີຄວາມປອດໄພຕໍ່ສຸຂະພາບແຂງແຮງ ແລະ ສະບາຍໃຈ, ກັບຮອດບ້ານຢ່າງຕະຫຼອດປອດໄພ. ຈີນຈະສືບຕໍ່ປັບປ່ຽນນະໂຍບາຍປ້ອງກັນ ແລະ ຄວບຄຸມຢ່າງຖືກຕ້ອງຕາມຫຼັກວິທະຍາສາດ ໂດຍອີງຕາມການປ່ຽນແປງຂອງສະພາບການແພ່ລະບາດຂອງພະຍາດ ເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບ ແລະ ການໄປມາຫາສູ່ກັນຢ່າງເປັນລະບຽບຂອງປະຊາຊົນຈີນ ແລະ ຕ່າງປະເທດ.