ຂະບວນລົດໄຟຂົນສົ່ງສິນຄ້າສາກົນຂາກັບທີ່ບັນທຸກສິນຄ້າເຕັມຕູ້ຖ້ຽວທຳອິດຕາມເສັ້ນທາງລົດໄຟຈີນ-ລາວໄດ້ເດີນທາງມາເຖິງນະຄອນກວາງໂຈ່ວ

CRI, April 27, 2023
Size:

ຂະບວນລົດໄຟສິນຄ້າແຊ່ເຢັນສາກົນຖ້ຽວ 45113 ຂາກັບຕາມເສັ້ນທາງລົດໄຟຈີນ-ລາວຖ້ຽວທຳອິດ, ໄດ້ບັນທຸກໝາກຖົ່ວລຽນຂອງໄທ 414 ໂຕນ ເດີນທາງອອກຈາກສະຖານີລົດໄຟປະເທດໄທ ແລະ ຜ່ານເສັ້ນທາງລົດໄຟຈີນ-ລາວ ເດີນທາງມາເຖິງນະຄອນກວາງໂຈ່ວໃນເວລາ 10 ໂມງ 36 ນາທີຂອງວັນທີ 24 ເມສານີ້ ເຊິ່ງແມ່ນຂະບວນລົດໄຟຂາກັບຖ້ຽວທຳອິດທີ່ໄດ້ບັນທຸກສິນຄ້າໜັກເຕັມຕູ້ ທີ່ແລ່ນຕາມເສັ້ນທາງລົດໄຟຈີນ-ລາວ ນັບແຕ່ເປີດຂະບວນລົດໄຟສາກົນເປັນຕົ້ນມາ.

ຕາມຂ່າວແຈ້ງວ່າ: ນະຄອນກວາງໂຈ່ວໄດ້ເປີດຂະບວນຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟຈີນ-ລາວ ໃນວັນທີ 3 ທັນວາປີ 2022 ເຊິ່ງໄດ້ບັນລຸການຂົນສົ່ງສິນຄ້າສາກົນຈາກເຂດອ່າວໃຫຍ່ກວາງຕຸ້ງ, ຮົງກົງ ແລະ ມາເກົາ ໄປປະເທດລາວ. ການທີ່ຂົນສົ່ງໝາກຖົ່ວລຽນກັບຄືນເຂດອ່າວໃຫຍ່ຢ່າງສຳເລັດຜົນ ເຊິ່ງຈະເປັນແບບຢ່າງໃຫ້ແກ່ຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ຈະຕາມມາ ແລະ ການຈັດສົ່ງສິນຄ້າຈາກປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ຈະຊຸກຍູ້ການຂົນສົ່ງສິນຄ້າ ແລະ ການຮ່ວມມືດ້ານເສດຖະກິດ ລະຫວ່າງເຂດອ່າວໃຫຍ່ ກັບລາວ ແລະ ໄທໃຫ້ພັດທະນາໄດ້ດີກວ່າເກົ່າ.