ຫຼາຍທ້ອງຖິ່ນຂອງໄທມີອຸນຫະພູມສູງກວ່າ 40 ອົງສາ

CRI, April 26, 2023
Size:

ວັນທີ 22 ເມສານີ້, ລັດຖະບານໄທໄດ້ອອກການແຈ້ງເຕືອນອາກາດຮ້ອນທີ່ມີອຸນຫະພູມສູງເປັນພິເສດຕໍ່ຫຼາຍທ້ອງຖິ່ນຂອງໄທເຊິ່ງລວມທັງນະຄອນຫຼວງບາງກອກ ໂດຍໄດ້ເຕືອນໃຫ້ປະຊາຊົນຫຼີກເວັ້ນການເຄື່ອນໄຫວຢູ່ນອກເຮືອນ ເພື່ອປ້ອງກັນການວິນແດດ.

ອີງຕາມອົງການປ້ອງກັນ ແລະບັນເທົາໄພພິບັດໄທລາຍງານວ່າ: ວັນທີ 22 ເມສານີ້, ຢ່າງໜ້ອຍມີ 28 ແຂວງຂອງໄທມີອຸນຫະພູມສູງກວ່າ 40 ອົງສາ. ອົງການອຸຕຸນິຍົມໄທແຈ້ງໃຫ້ຮູ້ວ່າ: ຢູ່ເຂດບາງນາ ນະຄອນຫຼວງບາງກອກ, ອຸນຫະພູມສູງສຸດໃນມື້ດັ່ງກ່າວໄດ້ບັນລຸເຖິງ 42 ອົງສາ, ສ່ວນອຸນຫະພູມທີ່ຮ່າງກາຍຮູ້ສຶກນັ້ນ ມີເຖິງ 54 ອົງສາ. ຄາດວ່າໃນ 7 ມື້ຕໍ່ໜ້ານີ້, ຍັງຈະສືບຕໍ່ມີອາກາດຮ້ອນເປັນພິເສດ. ໂຄສົກລັດຖະບານໄທກ່າວວ່າ: ອາກາດຮ້ອນຢ່າງຮຸນແຮງແບບນີ້ໃນໄລຍະຜ່ານມາໄດ້ເຮັດໃຫ້ປະລິມານການໃຊ້ໄຟຟ້າສ້າງສະຖິຕິສູງສຸດໃນປະຫວັດສາດ.