ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ 14.430.000 ເທື່ອຄົນແລ້ວ

CRI, April 25, 2023
Size:

    ນັບແຕ່ທາງລົດໄຟຈີນ-ລາວໄດ້ດຳເນີນມາເປັນເວລາ 500 ກວ່າວັນມານີ້, ການຂົນສົ່ງຮັກສາຄວາມໝັ້ນຄົງພ້ອມກັບການຂົນສົ່ງ, ຜູ້ໂດຍສານຈຳນວນຫຼວງຫຼາຍ.ມາຮອດວັນທີ 18 ເມສານີ້, ນັບລວມແລ້ວ ໄດ້ຂົນສົ່ງຜູ້ໂດຍສານ 14.430.000 ເທື່ອຄົນ. ທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນທາງມິດຕະພາບຂອງປະຊາຊົນຈີນ-ລາວ, ບໍ່ພຽງແຕ່ໄດ້ນຳເອົາຄວາມສຸກອັນໃຫຍ່ຫຼວງມາໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງເປັນແບບຢ່າງທີ່ສະແດງໃຫ້ເຫັນເຖິງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການເສີມສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

    ນັບແຕ່ວັນທີ 13 ເມສານີ້, ທາງລົດໄຟຈີນ-ລາວໄດ້ເລີ່ມແລ່ນເປີດໃຫ້ບໍລິການຂົນສົ່ງຜູ້ໂດຍສານສາກົນ, ຂີ່ລົດໄຟຈາກນະຄອນຄຸນມີງຮອດນະຄອນຫຼວງວຽງຈັນໃນມື້ດຽວກັນ,ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດມີຄວາມສະດວກຫຼາຍກວ່າເກົ່າ. ນັບແຕ່ລົດໄຟຂົນສົ່ງຜູ້ໂດຍສານສາກົນມີບໍລິການເປັນເວລາ 6 ວັນມານີ້, ຈຳນວນຜູ້ໂດຍສານຂ້າມແດນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງໂດຍບັນລຸເຖິງ 2.326 ເທື່ອຄົນ.

     ທາງລົດໄຟຈີນ-ລາວໄດ້ເຮັດໃຫ້ໄລຍະຫ່າງລະຫວ່າງຕົວເມືອງຕ່າງໆລຽບຕາມເສັ້ນທາງຫຼຸດລົງຢ່າງຫຼວງຫຼາຍ,ແລະໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນສອງປະເທດ.

     ເສັ້ນທາງຕອນຢູ່ພາຍໃນປະເທດຈີນ, ແລ່ນລົດຂົນສົ່ງຜູ້ໂດຍສານໄດ້ 42 ຖ້ຽວຕໍ່ມື້, ສູງສຸດສາມາດແລ່ນໄດ້ 70 ຖ້ຽວຕໍ່ມື້, ຂົນສົ່ງຜູ້ໂດຍສານໄດ້ 74.000 ເທື່ອຄົນ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 12.190.000 ເທື່ອຄົນ.

    ຕອນຢູ່ປະເທດລາວ, ໂດຍແນໃສ່ຄວາມຕ້ອງການຂອງປະຊາຊົນລາວ,  ແລ່ນລົດຂົນສົ່ງຜູ້ໂດຍສານ 6 ຖ້ຽວຕໍ່ມື້, ສູງສຸດສາມາດແລ່ນໄດ້ 10 ຖ້ຽວຕໍ່ມື້, ຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 1 ໝື່ນເທື່ອຄົນ, ນັບລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 2.240.000 ເທື່ອຄົນ.