ມໍລະດົກວັດທະນະທຳນາມມະທຳຮ້ອຍກວ່າປະເພດຂອງຈີນ-ອາຊຽນວາງສະແດງຢູ່ນະຄອນໜານນິງເຂດກວາງຊີຂອງຈີນ

CRI, April 25, 2023
Size:

ຕາມຂ່າວCRI: ວັນທີ 22 ເມສານີ້, ສັບປະດາມໍລະດົກວັດທະນະທຳນາມມະທຳຈີນ-ອາຊຽນ(ໜານນິງ)ຄັ້ງທຳອິດໄດ້ໄຂຂຶ້ນຢູ່ນະຄອນໜານນິງ, ເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຂອງຈີນ.

ລະຄອນໂຂນຂອງໄທ, ລະຄອນຟ້ອນລາຊາກຳປູເຈຍ, ລະຄອນຕຸກກະຕາໜັງວາຢາງອິນໂດເນເຊຍ, ເຕັກນິກແລະປະເພນີທີ່ກ່ຽວຂ້ອງຂອງການປຸງແຕ່ງຊາແບບດັ້ງເດີມຂອງຈີນແລະມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຮ້ອຍກວ່າປະເພດທີ່ມາຈາກຈີນແລະອາຊຽນໄດ້ຮັບການວາງສະແດງຮ່ວມກັນຢູ່ນະຄອນໜານນິງຂອງເຂດກວາງຊີ, ເຊິ່ງໄດ້ດຶງດູດໃຫ້ມວນຊົນຈີນແລະຕ່າງປະເທດໄດ້ສຳຜັດຢ່າງໃກ້ຊິດ.

ກິດຈະກຳຄັ້ງນີ້ຈະດຳເນີນໄປຮອດວັນທີ 28 ເມສານີ້. ໃນໄລຍະດັ່ງກ່າວ, ຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ, ຜູ້ເຮັດວຽກກ່ຽວກັບມໍລະດົກວັດທະນະທຳນາມມະທຳທີ່ມາຈາກຈີນແລະອາຊຽນຈະຈັດຕະຫຼາດນັດໃຫຍ່ຂອງມໍລະດົກວັດທະນະທຳນາມມະທຳ, ການວາງສະແດງມໍລະດົກວັດທະນະທຳນາມມະທຳ, ການສະເຫຼີມສະຫຼອງສັບປະດາມໍລະດົກວັດທະນະທຳນາມມະທຳແລະກິດຈະກຳອື່ນໆຮ່ວມກັນ.