ຄ້າຍສໍາລັບຜູ້ນຳຊາວໜຸ່ມ ກັບການເລັ່ງລັດການເລີ່ມເຮັດທຸລະກິດ LM ໄດ້ກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານການເລີ່ມຕົ້ນທຸລະກິດຂອງຊາວໜຸ່ມ

lmcchina.org, April 24, 2023
Size:

ຫວ່າງບໍ່ດົນມານີ້, ໂຄງການຄ້າຍຜູ້ນຳຊາວໜຸ່ມ ກັບການເລັ່ງລັດເລີ່ມເຮັດທຸລະກິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM) ທີ່ສະເໜີໂດຍສະມາຄົມການແລກປ່ຽນສາກົນປັກກິ່ງ (BIEA) ໄດ້ຮັບການອະນຸມັດແລ້ວ, ເຊິ່ງໂຄງການດັ່ງກ່າວນີ້ແມ່ນໄດ້ຖືກສະເໜີຮ່ວມກັນໂດຍປະເທດຈີນ, ໄທ ແລະ ຫວຽດນາມ ແລະ ໄດ້ຮັບການສະໜັບສະໜູນຈາກກອງທຶນສະເພາະກິດສໍາລັບການຮ່ວມມື LM ຢ່າງສໍາເລັດຜົນ.

ໂຄງການນີ້ຈະຊ່ວຍໃນການພັດທະນາທາງດ້ານເສດຖະກິດ, ການພັດທະນາແບບຍືນຍົງ ກໍຄື ການແລກປ່ຽນດ້ານວັດທະນະທຳ-ສັງຄົມ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ທັງເປັນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດ, ການຮ່ວມມືດ້ານເສດຖະກິດຂາມຊາຍແດນ ແລະ ການຫຼຸດຜ່ອນຄວາມທຸກຍາກ ໂດຍສຸມໃສ່ການປະດິດສ້າງໃໝ່ ແລະ ການເລີ່ມຕົ້ນທຸລະກິດຂອງຊາວໜຸ່ມ. ນອກຈາກນີ້ແລ້ວ, ຍັງຈະກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນຂອງໄວໜຸ່ມຈາກບັນດາປະເທດ LM ແລະກະຕຸ້ນກໍາລັງຂັບເຄື່ອນການພັດທະນາແລະປະດິດສ້າງໃໝ່ຢູ່ພາກພື້ນ LM ໃນຍຸກຫຼັງການລະບາດໂຄວິດ-19 ທັງຈະຊ່ວຍໃນການສ້າງປະຊາຄົມຮ່ວມຊາຕາກຳທີ່ເຕັມໄປດ້ວຍສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດ LM.

ຄ້າຍສໍາລັບຜູ້ນຳຊາວໜຸ່ມ ກັບການເລັ່ງລັດການເລີ່ມເຮັດທຸລະກິດ LM ຈະດຳເນີນໄປເປັນເວລາ 2 ປີ, ເຊິ່ງເປັນໂຄງການລິເລີ່ມຮ່ວມກັນໃນເດືອນກໍລະກົດ ປີ 2021 ຈາກສາມປະເທດຄື ສະມາຄົມການແລກປ່ຽນສາກົນປັກກິ່ງ, ສຳນັກງານພັດທະນາວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດປະເທດໄທ (NSTDA), ຫ້ອງທົດລອງການປະດິດສ້າງໃໝ່ທະວີບອາຊີ ປະເທດຫວຽດນາມ (InnoLab Asia),  ພ້ອມທັງເຊື້ອເຊີນບັນດາປະເທດ LM ເຂົ້າຮ່ວມ. ໂຄງການດັ່ງກ່າວມີແຜນຈະຈັດກິດຈະກຳຢ່າງເປັນລະບົບພາຍໃຕ້ຫົວຂໍ້ສະເພາະ 3 ຄັ້ງ ໃນ 2 ປີຕໍ່ໜ້ານີ້, ຄື ຄ້າຍເລັ່ງລັດການເລີ່ມຕົ້ນທຸລະກິດຂອງຊາວໜຸ່ມ LM, ເວທີປາໄສນັກວິທະຍາສາດຊາວໜຸ່ມ LM ແລະ ການເດີນທາງມາປະເທດຈີນຂອງຜູ້ນຳຊາວໜຸ່ມ LM.