ພິທີເປີດການແຂ່ງຂັນ ອອກແບບ ການຮ່ວມມື LM ລະດັບສາກົນ 2023 ຈັດຂຶ້ນທີ່ນະຄອນສົງຊິ້ງ

lmcchina.org, April 24, 2023
Size:

ວັນທີ 7 ເມສາ, ພິທີເປີດ “ສັບປະດາ LM ນະຄອນສົງຊິ້ງ ກໍຄື ການແຂ່ງຂັນ ອອກແບບ ການຮ່ວມມື LM ລະດັບສາກົນ ປະຈຳປີ 2023 ໄດ້ຈັດຂຶ້ນທີ່ເມືອງປີ້ຊ່ານ ນະຄອນສົງຊິ້ງຢ່າງເປັນທາງການ, ໂດຍມີ ທ່ານ ອະທະຢຸດ ສີສະໝຸດ ເອກອັກຄະລັດຖະທູດ ແຫ່ງ ຣາຊອານາຈັກໄທ ປະຈຳ ສປ ຈີນ, ທ່ານ Nhek Soparama ອັກຄະລັດຖະທູດທີ່ປຶກສາ ແຫ່ງ ຣາຊາອານາຈັກກຳປູເຈຍ ປະຈຳ ສປ ຈີນ ແລະ ທູຕານຸທູດຂອງປະເທດຢູ່ລຽບຕາມແມ່ນ້ຳຂອງປະຈຳ ສປ ຈີນ ກໍຄື ການນໍາຈາກນະຄອນສົງຊິ້ງ ແລະ ຈາກເມືອງປີ້ຊ່ານເຂົ້າຮ່ວມ, ໃນໂອກາດດັ່ງກ່າວ ທ່ານ ຈົວເວີນຊິ່ງ ທີ່ປຶກສາ ກົມອາຊີ ກະຊວງການຕ່າງປະເທດຈີນ ໄດ້ກ່າວຄຳເຫັນຜ່ານທາງອອນໄລ.

ປີນີ້, ຄະນະກຳມະການຈັດການແຂ່ງຂັນໄດ້ປະສານສົມທົບຢ່າງເລິກເຊິ່ງກັບອຳນາດການປົກຄອງນະຄອນສົງຊິ້ງ ແລະ ໄດ້ກຳນົດຫົວຂໍ້ການແຂ່ງຂັນວ່າ “ການເຊື່ອມຈອດ-ການເຊື່ອມໂຍງ-ການກ້າວຂ້າມ” ໂດຍໄດ້ຈັດຕັ້ງການແຂ່ງຂັນຍ່ອຍພາຍໃຕ້ຫົວຂໍ້ “ສົງຊິ້ງ” ເປັນພິເສດເພື່ອໃຫ້ຜົນງານການອອກແບບທີ່ມີເອກະລັກສະເພາະຂອງສົງຊິ້ງສົ່ງເຂົ້າມາແຂ່ງຂັນໃຫ້ຫຼາຍຂຶ້ນ ແນໃສ່ສ່ອງແສງໃຫ້ເຫັນເຖິງບົດບາດສຳຄັນຂອງນະຄອນສົງຊິ້ງໃນການເຂົ້າຮ່ວມການຮ່ວມມື LM ຜ່ານການອອກແບບທີ່ເຕັມໄປດ້ວຍຫົວຄິດສ້າງສັນ. ພ້ອມດຽວກັນນີ້, ຍັງຈະຈັດກິດຈະກຳຮວບຮວມກໍລະນີສຶກສາກ່ຽວກັບ ການສຶກສາດ້ານສູນທອນສາດທາງສັງຄົມ ແລະ ດ້ານສິລະປະຂັບເຄື່ອນການພັດທະນາແລະບັນລຸຄວາມຈະເລີນຮຸ່ງເຮືອງຂອງຊົນນະບົດ ເພື່ອແບ່ງປັນບົດຮຽນທີ່ມີຄ່າຂອງຈີນ, ແຜນການຂອງຈີນ ແລະ ສະຕິປັນຍາຂອງຈີນ ໃຫ້ແກ່ ບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງເພື່ອພັດທະນາສັງຄົມ ແລະ ວັດທະນະທຳ ແລະ ເພື່ອຊຸກຍູ້ການແລກປ່ຽນທາງດ້ານວັດທະນະທຳລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວເຂົ້າສູ່ລວງເລິກຕື່ມອີກກ້າວໜຶ່ງ.