ຈີນສະແດງຄວາມໂສກເສົ້າແລະຄວາມເສຍດາຍຕໍ່ການຕາຍຂອງໝີແຜນດາ “ລີນຮຸ້ຍ” ຢູ່ໄທ

CRI, April 24, 2023
Size:

    ວັນທີ 19 ເມສານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ກ່ຽວກັບການຕາຍຂອງໝີແຜນດາ “ລີນຮຸ້ຍ” ທີ່ມີອາຍຸ 22 ປີຢູ່ໄທ, ທ່ານວ່າງເວີນປິ່ນກ່າວວ່າ:ຈີນສະແດງຄວາມຳໂສກເສົ້າແລະ ຄວາມເສຍດາຍຕໍ່ເລື່ອງນີ້.

     ຕອນຄ່ຳວັນທີ 18 ເມສານີ້, ໝີແຜນດາ “ລີນຮຸ້ຍ” ສະຫຼົບໄປຢ່າງກະທັນຫັນ,ເມື່ອສູນອະນຸລັກໝີແດນດາຈີນຮັບຮູ້ແລ້ວ ຈິ່ງຈັດຜູ້ຊ່ຽວຊານທີ່ກ່ຽວຂ້ອງຊີ້ນຳວຽກງານກອບກູ້ຂອງໄທຜ່ານທາງວິດີໂອໃນທັນທີ, ແຕ່ໜ້າເສຍດາຍຫຼາຍທີ່ບໍ່ສາມາດກອບກູ້ຊີວິດມັນໄດ້. ຈີນຈະຈັດໜ່ວຍຊ່ຽວຊານເດີນທາງໄປໄທໂດຍໄວ ເພື່ອພ້ອມກັນສຳຫຼວດສາເຫດຕາຍຂອງ “ລີນຮຸ້ຍ”.

     ທ່ານວ່າງເວີນປິ່ນກ່າວຕື່ມວ່າ, “ລີນຮຸ້ຍ” ໄປຮອດສວນສັດຊຽງໃໝ່ໃນປີ 2003, ຫຼາຍປີມານີ້ໄດ້ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ແກ່ປະຊາຊົນໄທຢ່າງຫຼວງຫາຍ, ຍັງໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຊຸກຍູ້ການຮ່ວມມືດ້ານການອະນຸລັກໝີແຜນດາ ແລະ ການແລກປ່ຽນທີ່ມີໄມຕີຈິດລະຫວ່າງປະຊາຊົນຈີນ ກັບ ໄທ.