ທາງລົດໄຟຈີນ-ລາວໄດ້ດຳເນຮນມາເປັນເວລາ 500 ວັນ ແລະໄດ້ຂົນສົ່ງສິນຄ້າ 18,84 ລ້ານໂຕນ

CRI, April 24, 2023
Size:

ເລີ່ມແຕ່ວັນທີ3ທັນວາປີ 2021 ຈົນຮອດວັນທີ 14 ເມສາ ປີ 2023 ນີ້, ທາງລົດໄຟຈີນ-ລາວໄດ້ດຳເນີນທຸລະກິດມາເປັນເວລາ 502 ວັນຢ່າງປອດໄພ, ນັບລວມແລ້ວໄດ້ຂົນສົ່ງສິນຄ້າ 18,84 ລ້ານໂຕນ. ໃນນັ້ນ, ລົດໄຟຕອນຢູ່ຈີນຂົນສົ່ງສິນຄ້າ 14,63 ລ້ານໂຕນ, ຕອນຢູ່ລາວໄດ້ຂົນສົ່ງສິນຄ້າ 4,21 ລ້ານໂຕນ, ໄດ້ຂົນສົ່ງສິນຄ້າແບບຂ້າມແດນເຖິງ 3,7 ລ້ານໂຕນ.

ປັດຈຸບັນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຈາກ 2 ຂະບວນຕໍ່ມື້ໃນໄລຍະເລີ່ມຕົ້ນເປີດການນຳໃຊ້ຮອດ 12 ຂະບວນຕໍ່ມື້ໃນປັດຈຸບັນ.

ປັດຈຸບັນ, ໃນ 25 ແຂວງແລະກຳແພງນະຄອນຂອງຈີນໄດ້ເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າຂ້າມແດນຕາມທາງລົດໄຟຈີນ-ລາວ ໂດຍໄດ້ຂົນສົ່ງໄປເຖິງບັນດາປະເທດແລະເຂດແຄວ້ນທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ບັງກາລາເດັດ ແລະ ສິງກະໂປເປັນຕົ້ນ.