ການເປີດຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວໄດ້ເພີ່ມພະລັງຊີວິດອັນໃໝ່ໃຫ້ແກ່ການທ່ອງທ່ຽວຂ້າມຊາດ

CRI, April 23, 2023
Size:

    ນັບແຕ່ເປີດຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟຈີນ-ລາວໃນວັນທີ 13 ເມສານີ້ເປັນຕົ້ນມາ, ການຂີ່ລົດໄຟໄປມາລະຫວ່າງສອງປະເທດຈີນ-ລາວໄດ້ກາຍເປັນທາງເລືອກອັນໃໝ່ດ້ານການອອກເດີນທາງຂອງປະຊາຊົນສອງປະເທດ. ໃນໄລຍະຕົ້ນຂອງການເປີດຂົນສົ່ງຜູ້ໂດຍສານສາກົນ, ຕູ້ຂ້າມຊາດຈັດມີ 252 ບ່ອນນັ່ງ, ຈຳນວນການຈຳໜ່າຍປີ້ສະເລ່ຍຕໍ່ຂະບວນຕໍ່ມື້ຫຼາຍກວ່າ 200 ປີ້.

    ນັກທ່ອງທ່ຽວແມ່ນໜຶ່ງໃນກຸ່ມເປົ້າໝາຍສຳຄັນຂອງຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວ. ຂະບວນລົດໄຟໂດຍສານສາກົນໄດ້ຈອດຢູ່ປະເທດລາວ ແລະ ແຂວງຢູນານປະເທດຈີນທັງໝົດ 8 ສະຖານີ, ເຊິ່ງສ່ວນໃຫຍ່ແມ່ນຕົວເມືອງທ່ອງທ່ຽວ ຄື: ເມືອງວັງວຽງ ແລະ ນະຄອນຫຼວງພະບາງຂອງລາວ, ນະຄອນຄຸນມີງ ແລະ ກິ່ງແຂວງສິບສອງພັ່ນນາແຂວງຢູນນານຂອງຈີນເປັນຕົ້ນ.

    ໃນໄລຍະບຸນຫົດນ້ຳ, ຢູ່ຫຼວງພະບາງ ເຊິ່ງເປັນຕົວເມືອງມໍລະດົກທຳມະຊາດໂລກ ແລະ ມໍລະດົກວັດທະນະທຳໂລກແຫ່ງນີ້, ນັກທ່ອງທ່ຽວຈຳນວນຫຼາຍໄດ້ເລືອກອອກເດີນທາງດ້ວຍລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວ.    

    ການຮຽນຕໍ່ຢູ່ປະເທດຈີນແມ່ນການເລືອກຂອງຊາວໜຸ່ມລາວທັງຫຼາຍຕະຫຼອດມາ. ເຈົ້າໜ້າທີ່ລາວກ່າວວ່າ: ການເປີດຂົນສົ່ງຜູ້ໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ເຮັດໃຫ້ການອອກເດີນທາງຂອງນັກສຶກສາລາວທີ່ຮຽນຢູ່ຈີນນັ້ນມີຄວາມສະດວກສະບາຍກວ່າເກົ່າ, ພ້ອມທັງໄດ້ອຳນວຍຄວາມສະດວກໃຫ້ແກ່ການຢ້ຽມຢາມຍາດຕິພີ່ນ້ອງ ແລະໝູ່ເພື່ອນແບບຂ້າມຊາດ.