ຫວັງວ່າສື່ມວນຊົນລາວ-ຈີນຈະໄດ້ດໍາເນີນການແລກປ່ຽນດ້ວຍຫຼາກຫຼາຍຮູບແບບເພື່ອຊຸກຍູ້ການເຊື່ອມສໍາພັນທະໄມຕີລະຫວ່າງປະຊາຊົນສອງຊາດ

CRI, April 23, 2023
Size:

    ໃນມື້ເປີດນຳໃຊ້ລົດໄຟຂ້າມແດນລາວ-ຈີນຄືວັນທີ 13 ເມສາປີ 2023, CMG ໄດ້ຮ່ວມກັບໂທລະພາບແຫ່ງຊາດລາວຈັດການຖ່າຍທອດສົດຂ້າມແດນເປັນຄັ້ງທໍາອິດ, ໂດຍໄດ້ອອກອາກາດໃນຊ່ອງ 1 ແລະ ຊ່ອງ 3 ຂອງໂທລະພາບແຫ່ງຊາດລາວ. ນັບມາຮອດປັດຈຸບັນ, ຍອດຜູ້ຕິດຕາມໃນສື່ສັງຄົມອອນລາຍຂອງການຖ່າຍທອດສົດຄັ້ງນີ້ບັນລຸຫຼາຍກວ່າ 10 ລ້ານເທື່ອ. ໃນເວລາໃຫ້ສໍາພາດຕໍ່ນັກຂ່າວ CMG ໃນວັນທີ 17 ເມສານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຫວັງວ່າສື່ມວນຊົນຂອງສອງປະເທດລາວ-ຈີນຈະໄດ້ດໍາເນີນການແລກປ່ຽນດ້ວຍຫຼາກຫຼາຍຮູບແບບ ເພື່ອຊຸກຍູ້ການເຊື່ອມສໍາພັນທະໄມຕີລະຫວ່າງປະຊາຊົນສອງຊາດ.