ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງຕໍ່ບົດບາດກໍ່ຄືຄວາມໝາຍຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ

CRI, April 21, 2023
Size:

    ປີນີ້ແມ່ນຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ຮັບການສະເໜີອອກມາຄົບຮອບ 10 ປີ ເຊິ່ງເຫັນວ່າການພົວພັນ ແລະຮ່ວມມືກັນລະຫວ່າງສອງປະເທດລາວຈີນພາຍໃຕ້ຂອບ ໜຶ່ງແລວໜຶ່ງເສັ້ນທາງ ແມ່ນໄດ້ຮັບໝາກຜົນເພີ່ມຫຼາຍຂຶ້ນໃນປີມໍ່ໆມານີ້. ວັນທີ 13 ເມສາປີ 2023, ເສັ້ນທາງລົດໄຟລາວຈີນໄດ້ເປີດຂົນສົ່ງໂດຍສານສາກົນໂດຍກົງເປັນຄັ້ງທຳອິດ ອັນເປັນການເພີ່ມຄວາມສົມບູນໃຫ້ແກ່ບົດບາດຂອງເສັ້ນທາງລົດໄຟສາຍນີ້ຂຶ້ນຕື່ມ. ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG ໃນວັນທີ 17 ເມສານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ຕີລາຄາສູງຕໍ່ບົດບາດກໍ່ຄືຄວາມໝາຍຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ.