ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນເປັນພື້ນຖານຫຼັກໆຂອງການພົວພັນຮ່ວມມືຂອງສອງຝ່າຍ

CRI, April 20, 2023
Size:

    ວັນທີ 16-18 ເມສານີ້ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວໄດ້ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການຕາມການເຊີນຂອງທ່ານ ຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນ. ໃນໂອກາດດັ່ງກ່າວ, ນັກຂ່າວສະຖານີວິທະຍຸໂທລະພາບສູນກາງຈີນ ໄດ້ສຳພາດທ່ານສະເຫຼີມໄຊກ່ຽວກັບຫຼາຍບັນຫາ, ເຊິ່ງທ່ານ ສະເຫຼີມໄຊ ໄດ້ໃຫ້ຄຳເຫັນທີ່ເປັນປະໂຫຍດແກ່ການລົງເລິກຊຸກຍູ້ມິດຕະພາບ ແລະ ການພົວພັນລະຫວ່າງສອງປະເທດລາວ-ຈີນ.

    ກ່ຽວກັບການສ້າງຄູ່ຮ່ວມຊະຕາກຳລາວຈີນຈີນລາວ, ທ່ານມີຄຳເຫັນຄືດັ່ງນີ້: ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນຈີນ-ລາວເປັນພື້ນຖານຫຼັກໆຂອງ ການພົວພັນຮ່ວມມືຂອງສອງຝ່າຍລາວຈີນ.