ທ່ານ ສະເຫຼີມໄຊ ກົມມະສິດ ຕີລາຄາສູງຕໍ່ຄວາມທັນສະໄໝແບບຈີນ

CRI, April 20, 2023
Size:

    ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ເນັ້ນໜັກວ່າຕ້ອງຊຸກຍູ້ບັນລຸຄວາມທັນສະໄໝແບບຈີນຢ່າງຮອບດ້ານ ເຊິ່ງຫວ່າງກ່ອນນີ້ບໍ່ດົນ ສະຖາບັນການຕ່າງປະເທດລາວ ກັບສະຖານີໂທລະພາບສູນກາງຈີນໄດ້ຮ່ວມກັນຈັດກອງປະຊຸມສຳມະນາ ຄວາມທັນສະໄໝແບບຈີນ ແລະຄູ່ຮ່ວມຊະຕາກຳລາວ-ຈີນຂຶ້ນຢູ່ນະຄອນຫຼວງວຽງຈັນ ໂດຍມີສ່ວນຮ່ວມຂອງບັນດານັກການທູດ ແລະວິຊາການລາວຫຼາຍທ່ານ ແລະບັນດາທ່ານໄດ້ປະກອບຄຳເຫັນທີ່ດີຕໍ່ຫົວຂໍ້ດັ່ງກ່າວ. ໃນເວລາໃຫ້ສໍາພາດຕໍ່ນັກຂ່າວ CMG ໃນວັນທີ 17 ເມສານີ້, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ຕີລາຄາສູງຕໍ່ຄວາມທັນສະໄໝແບບຈີນ.