ທ່ານວາງຢີ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ

CRI, April 19, 2023
Size:

    ວັນທີ 17 ເມສານີ້, ທ່ານວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງວ່າການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ ໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວຢູ່ນະຄອນຫຼວງປັກກິ່ງປະເທດຈີນ.

    ທ່ານວາງຢີ້ກ່າວວ່າ: ສອງປະເທດຈີນ-ລາວແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີພູຜາປ່າໄມ້ ແລະແມ່ນ້ຳລຳເຊຕິດຈອດກັນ. ສອງຝ່າຍຕ້ອງຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນດ້ານຍຸດທະສາດລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດ, ເສີມຂະຫຍາຍມິດຕະພາບທີ່ເປັນມູນເຊື້ອ, ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ເຊື່ອມຕໍ່ຍຸດທະສາດການພັດທະນາ, ຊຸກຍູ້ສາຍພົວພັນສອງປະເທດກ້າວເຂົ້າສູ່ລະດັບໃໝ່. ຈີນຍິນດີຮ່ວມກັບລາວປົກປັກຮັກສາຖານະບົດບາດໃຈກາງຂອງອາຊຽນ, ຍຶດໝັ້ນລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກ, ປົກປັກຮັກສາບ້ານຮ່ວມຂອງພວກເຮົາ, ສ້າງສະພາບແວດລ້ອມດີກວ່າເກົ່າໃຫ້ແກ່ການພັດທະນາພາກພື້ນໃຫ້ຈະເລີນ.

    ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ, ລາວຍິນດີຮ່ວມກັບຈີນເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງດ້ວຍຄຸນນະພາບສູງ, ສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນໃຫ້ດີກວ່າເກົ່າ, ຮ່ວມກັນຊຸກຍູ້ພາລະກິດສັງຄົມນິຍົມ.