ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຕາມທາງລົດໄຟຈີນ-ລາວຕອນໃນແດນລາວ ຕ່າງໄດ້ບັນລຸຫຼາຍກວ່າ 1 ໝື່ນຄົນຕໍ່ມື້ ແລະ 1 ໝື່ນໂຕນຕໍ່ມື້

CRI, April 18, 2023
Size:

ແຫຼ່ງຂ່າວຈາກບໍລິສັດທາງລົດໄຟລາວ-ຈີນກຳຈັດໃຫ້ຮູ້ໃນວັນທີ 15 ເມສານີ້ວ່າ: ໃນວັນທີ 13 ເມສານີ້ ທີ່ເປັນວັນເປີດບໍລິການຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນຈີນ-ລາວ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຕາມທາງລົດໄຟຈີນ-ລາວຕອນພາຍໃນປະເທດລາວ ຕ່າງໄດ້ບັນລຸຫຼາຍກວ່າ 1 ໝື່ນຄົນຕໍ່ມື້ ແລະ 1 ໝື່ນໂຕນຕໍ່ມື້.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ປັບປຸງແຜນແລ່ນລົດຜູ້ໂດຍສານຕື່ມອີກ ໂດຍອີງຕາມສະພາບການປ່ຽນແປງຂອງຈຳນວນຜູ້ໂດຍສານ. ຄຽງຄູ່ກັບສະຖານີ ແລະ ຂະບວນລົດໄຟຂົນສົ່ງຜູ້ໂດຍສານນັບມື້ນັບເພີ່ມຂຶ້ນ, ຈຳນວນນັກທ່ອງທ່ຽວທີ່ຂີ່ລົດໄຟໄປນະຄອນຫຼວງວຽງຈັນ, ເມືອງວັງວຽງ ແລະ ນະຄອນຫຼວງພະບາງ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ໃນຂະນະດຽວກັນ, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວ ກໍໄດ້ເພີ່ມຂຶ້ນຢ່າງຈະແຈ້ງ, ປະເພດສິນຄ້າໄດ້ເພີ່ມຈາກ 100 ກວ່າປະເພດໃນໄລຍະຕົ້ນຂອງການເປີດນຳໃຊ້ທາງລົດໄຟ ຂຶ້ນເປັນ 2.000 ກວ່າປະເພດໃນປັດຈຸບັນ. ສິນຄ້າທີ່ຂົນສົ່ງຈາກຈີນໄປລາວຕົ້ນຕໍມີເຄື່ອງຈັກ , ເຄື່ອງໃຊ້ໄຟຟ້າໃນເຮືອນ, ຜັກສົດ, ດອກໄມ້ສົດ ແລະ ຊິ້ນສ່ວນເຄື່ອງຈັກເປັນຕົ້ນ ເຊິ່ງໄດ້ຂົນສົ່ງໄປເຖິງລາວ, ໄທ, ຫວຽດນາມ, ມຽນມາ, ມາເລເຊຍ, ກຳປູເຈຍ ແລະ ສິງກະໂປ; ສິນຄ້າທີ່ຂົນສົ່ງຈາກລາວເຂົ້າຈີນຕົ້ນຕໍມີແຮ່ທາດໂລຫະ, ມັນຕົ້ນ ແລະ ໝາກເດືອຍເປັນຕົ້ນ ໂດຍຂົນສົ່ງໄປເຖິງ 25 ເຂດແຂວງຂອງຈີນ.