ທາງລົດໄຟຈີນ-ລາວຕອນທີ່ປະເທດລາວໄດ້ແລ່ນລົດໄຟໂດຍສານທັງໝົດ 3049 ​ຂະ​ບວນ

CRI, April 18, 2023
Size:

    ນັບມາຮອດວັນທີ 14 ເມສານີ້, ທາງລົດໄຟຈີນ-ລາວຕອນບໍ່ເຕ່ນ-ວຽງຈັນໄດ້ແລ່ນລົດໄຟໂດຍສານທັງໝົດ 3049 ຂະບວນ, ຂົນສົ່ງຜູ້ໂດຍສານ 2,22 ລ້ານເທື່ອຄົນ. ນັບແຕ່ຕົ້ນປີນີ້ມາ, ໄດ້ແລ່ນລົດໄຟໂດຍສານ 834 ຂະບວນ, ຂົນສົ່ງຜູ້ໂດຍສານ 778.000 ເທື່ອຄົນ, ສະເລ່ຍແລ້ວ, ການຈຳໜ່າຍປີ້ກວມອັດຕາສ່ວນ 97,85%,  ມື້ທີ່ຂົນສົ່ງຜູ້ໂດຍສານຈຳນວນຫຼາຍທີ່ສຸດມີເຖິງ 10197 ຄົນໃນວັນທີ 4 ມີນາທີ່ຜ່ານມາ.

    ແຕ່ວັນທີ 1 ມັງກອນ ຫາວັນທີ 13 ມາສາ 2023ນີ້, ທາງລົດໄຟຈີນ-ລາວຕອນທີ່ປະເທດລາວໄດ້ແລ່ນລົດໄຟຂົນສົ່ງສິນຄ້າ 1130 ຂະບວນ, ເພີ່ນຂຶ້ນ 122% ເມື່ອທຽບກັບໄລຍະດຽວກັນຂອງປີ 2022, ປະລິມານຂົນສົ່ງສິນຄ້າຫຼາຍກວ່າ 1,18 ລ້ານໂຕນ. ໃນນັ້ນ, ສິນຄ້າທີ່ຂົນສົ່ງຈາກລາວໄປຈີນມີ 1,08 ລ້ານໂຕນ, ເພີ່ມຂຶ້ນ 376% ເມື່ອທຽບກັບໄລຍະດຽວກັນຂອງປີ2022, ກຳລັງບົ່ມຊ້ອນດ້ານການຂົນສົ່ງຂອງເສັ້ນທາງຄຳນີ້ໄດ້ຖືກຂຸດຄົ້ນອອກມາຢ່າງຕໍ່ເນື່ອງ, ໂດຍໄດ້ນຳມາເຊິ່ງໂອກາດໃໝ່ໃຫ້ກັບສອງປະເທດຈີນ-ລາວໃນການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເປັນຕົວຢ່າງທີ່ມີຊີວິດຊີວາອັນໃໝ່ໃນການຮ່ວມກັນເປິກສາຫາລືການຮ່ວມມື, ຮ່ວມກັນສ້າງໂຄງການ ແລະຮ່ວມກັນຊົມໃຊ້ຜົນປະໂຫຍດພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.