ທ່ານສະເຫຼີມໄຊ ກົມມະສິດ ຈະຢ້ຽມຢາມປະເທດຈີນຢ່າງເປັນທາງການ

CRI, April 17, 2023
Size:

ວັນທີ 14 ເມສາ 2023, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສິນກ່າງ ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະເດີນທາງໄປຢ້ຽມຢາມປະເທດຈີນຢ່າງເປັນທາງການລະຫວ່າງວັນທີ 16 ຫາວັນທີ 18 ເມສານີ້.