ທາງລົດໄຟຈີນ-ລາວຕອນໃນແດນລາວເປີດບໍລິການຊື້ປີ້ທາງອອນລາຍດ້ວຍບັດຢູນຽນເພ

CRI, April 17, 2023
Size:

ແຫຼ່ງຂ່າວຈາກບໍລິສັດໄຊນາຢູນຽນເພໃຫ້ຮູ້ໃນວັນທີ 13 ເມສານີ້ວ່າ: ເນື່ອງໃນໂອກາດທີ່ທາງລົດໄຟຈີນ-ລາວເປີດບໍລິການຂະບວນລົດໄຟໂດຍສານສາກົນ, ຢູນຽນເພສາກົນໄດ້ປະກາດເປີດບໍລິການຊື້ປີ້ທາງອອນລາຍດ້ວຍບັດຢູນຽນເພສຳລັບທາງລົດໄຟຈີນ-ລາວຕອນຢູ່ໃນແດນລາວ, ຜູ້ໂດຍສານສາມາດໃຊ້ APP ລະບົບຂາຍປີ້ ຄື LCR Ticket APP ຜູກກັບບັດຢູນຽນເພ ກໍສາມາດຊື້ປີ້ລົດໄຟໂດຍສານສາກົນສຳລັບທາງລົດໄຟຈີນ-ລາວ ຕອນໃນແດນລາວ ແລະ ຕະຫຼອດໄລຍະທາງແຕ່ນະຄອນຫຼວງວຽງຈັນຫານະຄອນຄຸນໝິງ ເຊິ່ງເປັນການສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານທົ່ວໄປ

ປັດຈຸບັນ, ຕູ້ ATM ເກືອບທັງໝົດ ແລະ ເຄື່ອງຮູດບັດ POS ຂອງບໍລິສັດຕ່າງໆ ເກືອບທຸກແຫ່ງໃນປະເທດລາວ ລ້ວນແຕ່ສະໜັບສະໜູນການໃຊ້ບັດຢູນຽນເພແລ້ວ ແລະ ພາຍໃນປະເທດລາວໄດ້ອອກບັດຢູນຽນເພນັບລວມແລ້ວຫຼາຍກວ່າ 1 ລ້ານບັດ. ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ໃຊ້ບັດໃນການຊຳລະເງິນ, ຢູນຽນເພສາກົນໄດ້ເປີດບໍລິການການຊຳລະເງິນທາງອອນລາຍດ້ວຍບັດຢູນຽນເພສຳລັບທາງລົດໄຟຈີນ-ລາວຕອນໃນແດນລາວ ໂດຍຜູ້ໂດຍສານເລືອກກົດປຸ່ມ “ກົດຊຳລະດ້ວຍບັດຢູນຽນເພ” ໃນ APP, ລົງທະບຽນຜູກກັບບັດຢູນຽນເພແລ້ວກໍຊື້ປີ້ໄດ້ເລີຍ ເຊິ່ງໄດ້ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ ເພາະແຕ່ກ່ອນຕ້ອງໄປຊື້ຢູ່ບ່ອນຂາຍປີ້ຢ່າງດຽວ.