ຂະບວນລົດໄຟໂດຍສານສາກົນຖ້ຽວທຳອິດຕາມທາງລົດໄຟຈີນ-ລາວ ແລ່ນລົດອອກຈາກນະຄອນຫຼວງວຽງຈັນ

CRI, April 13, 2023
Size:

ເວລາ 8 ໂມງ 8 ນາທີຂອງວັນທີ 13 ເມສານີ້ຕາມເວລາວຽງຈັນ, ສະຖານີນະຄອນຫຼວງວຽງຈັນຂອງທາງລົດໄຟຈີນ-ລາວ ໄດ້ແລ່ນຂະບວນລົດໄຟຖ້ຽວ D888 ໄປຫາສະຖານນີຄຸນໝິງໃຕ້ ທີ່ເປັນຂະບວນລົດໄຟໂດຍສານສາກົນຖ້ຽວທຳອິດຕາມທາງລົດໄຟຈີນ-ລາວ. ນັບແຕ່ວັນທີ 13 ເມສານີ້ເປັນຕົ້ນໄປ, ທາງລົດໄຟຈີນ-ລາວຈະເປີດຂະບວນລົດໄຟໂດຍສາກົນລະຫວ່າງສະຖານີຄຸນໝິງໃຕ້ຂອງຈີນ ແລະສະຖານີນະຄອນຫຼວງວຽງຈັນຂອງລາວ ໂດຍລະຫວ່າງສອງສະຖານີດັ່ງກ່າວຂີ່ລົດໄຟຈາກສະຖານີຕົ້ນທາງໄປຫາສະຖານີປາຍທາງ ໃຊ້ເວລາມື້ດຽວກໍຈະສາມາດໄປເຖິງແລ້ວ.

ມື້ເປີດຂະບວນລົດໄຟດັ່ງກ່າວ ແມ່ນກົງກັບບຸນປີໃໝ່ຂອງລາວ ແລະບຸນຫົດນ້ຳແຂວງຢຸນນານຂອງຈີນ, ພາກສ່ວນທາງລົດໄຟຂອງລາວກ່າວວ່າ: ນີ້ຈະສ້າງໂອກາດໃໝ່ໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະວັດທະນະທຳຂອງລາວ.