ສະພາການຄ້າກະສິກຳ ຈີນ-ອາຊຽນ ຈັດກິດຈະກຳສະເຫຼີມສະຫຼອງສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, April 12, 2023
Size:

ເນື່ອງໃນໂອກາດ ເປີດການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄົບຮອບ 7 ປີ, ສະພາການຄ້າກະສິກໍາ ຈີນ-ອາຊຽນ ໄດ້ຈັດກິດຈະກຳ ສະເຫຼີມສະຫຼອງສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ສ້າງສັນສາຍພົວພັນມິດຕະພາບຮ່ວມກັນ  ເຊິ່ງເປັນໜຶ່ງໃນບັນດາກິດຈະກໍາສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປະຈຳ 2023, ເພື່ອໂຄສະນາເຜີຍແຜ່ໝາກຜົນອັນຕັ້ງໜ້າ ຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນຂົງເຂດກະສິກໍາ ແລະ ວັດສະດຸການຜະລິດດ້ານກະສິກຳ, ເຊິ່ງໄດ້ສ່ອງແສງໃຫ້ເຫັນສະພາບ ແລະ ປະສິດທິຜົນ ໃນການດໍາເນີນງານຂອງສະຫະກອນໃຫຍ່ການສະໜອງ ແລະ ການຈໍາໜ່າຍແຫ່ງຊາດຈີນ ກັບ ສະພາການຄ້າຈີນ ໃນການເຂົ້າຮ່ວມໂຄງການການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສະແດງໃຫ້ເຫັນເຖິງຜົນສະທ້ອນທາງບວກ ແລະ ກໍາລັງແຮງບົ່ມຊ້ອນອັນໃຫຍ່ຫຼວງ ຂອງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຍົກສູງສະຕິການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແລະ ຊ່ວຍຍູ້ດັນການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃຫ້ກ້າວເຂົ້າສູ່ລວງເລິກ.

ກິດຈະກຳຄັ້ງນີ້ ໄດ້ດໍາເນີນ ໂດຍຜ່ານການເປີດຄໍລໍາໃນ ແພັດຟອມຂໍ້ມູນສັງລວມດ້ານເຕັກນິກ,ເສດຖະກິດການຄ້າໃນຂົງເຂດ ກະສິກໍາ ແລະ ວັດສະດຸການຜະລິດດ້ານກະສິກໍາ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເວັບໄຊວັດສະດຸການຜະລິດດ້ານກະສິກໍາຈີນ-ອາຊຽນ ແລະ ໃນບັນຊີທາງການວິແຊັດຂອງສະພາການຄ້າກະສິກໍາ ຈີນ-ອາຊຽນ ໂດຍໄດ້ໃຊ້ຫຼາຍຮູບແບບ, ເຊັ່ນ: ການຂຽນບົດຄວາມສະໜອງຂໍ້ມູນ, ບົດຄວາມຫົວຂໍ້ສະເພາະ, ການສ້າງວີດີໂອສັ້ນປະກອບຄໍາອະທິບາຍ, ການຮຽບຮຽງ ແລະ ຈັດພິມ ວາລະສານພິເສດ ກ່ຽວກັບສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ໃນປີ 2023, ສະພາການຄ້າກະສິກຳ ຈີນ-ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຢ່າງຈິງຈັງ, ເສີມຂະຫຍາຍບົດບາດການເປັນອົງການຈັດຕັ້ງສາກົນ ຂອງສະພາການຄ້າໃຫ້ດີຍິ່ງຂຶ້ນ, ຈັດຕັ້ງກິດຈະກຳເຄື່ອນໄຫວອັນສຳຄັນຕ່າງໆໃຫ້ດີ ເຊັ່ນ: ກອງປະຊຸມສຸດຍອດການຮ່ວມມືດ້ານກະສິກໍາ, ວັດສະດຸການຜະລິດດ້ານກະສິກໍາ ແລະ ເສດຖະກິດການຄ້າ, ການບູລະນະຍົກລະດັບແພັດຟອມຂໍ້ມູນສັງລວມດ້ານເຕັກນິກ,ເສດຖະກິດການຄ້າໃນຂົງເຂດກະສິກໍາ ແລະ ວັດສະດຸການຜະລິດດ້ານກະສິກໍາເປັນຕົ້ນ ເພື່ອຊຸກຍູ້ການພົວພັນປະສານງານລະຫວ່າງພາກລັດ, ສະຫະກອນ, ສະມາຄົມການຄ້າ, ວິສາຫະກິດ ແລະ ອື່ນໆ ລະຫວ່າງປະເທດຈີນ ກັບ ບັນດາປະເທດອາຊຽນໃຫ້    ແໜ້ນແຟ້ນກວ່າເກົ່າ, ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ລົງເລິກການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະການຮ່ວມມືດ້ານກະສິກຳ ວັດສະດຸການຜະລິດດ້ານກະສິກໍາ ແລະເສດຖະກິດການຄ້າລະຫວ່າງ  ສປ ຈີນ ກັບບັນດາປະເທດອາຊຽນ.