ສືບທອດມິດຕະພາບ ບຸກເບີກການຮ່ວມມື / ສະຫາຍ + ອ້າຍນ້ອງ! ການຮ່ວມມືລະຫວ່າງຢຸນນານ-ຫວຽດນາມເຂົ້າສູ່ລວງເລິກ

Yunnan Gateway, April 12, 2023
Size:

ວັນທີ 27 ເດຶອນມີນາ ເຖິງວັນທີ 23 ເດຶອນເມສາ, ທ່ານ ຫວັງໜິງ ເລຂາພັກແຂວງແຂວງຢຸນນານ ພ້ອມດ້ວຍຄະນະໄດ້ດຳເນີນການຢ້ຽມຢາມ 3 ປະເທດ ຫວຽດນາມ, ລາວ, ມຽນມາ. ອັນນີ້ນັບເປັນຄັ້ງທຳອິດທີ່ການນຳຕົ້ນຕໍຂອງແຂວງຢຸນນານໄດ້ຢ້ຽມຢາມ 3 ປະເທດອ້ອມຂ້າງ ພາຍຫຼັງທີ່ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ.

ແຂວງຢຸນນານ ແລະ ປະເທດຫວຽດນາມ, ລາວ, ມຽນມາ ມີພູຜາສາຍນໍ້າຮ່ວມກັນ, ມີວັດທະນະທຳຂອງ ສັງຄົມທີ່ໃກ້ຄຽງກັນ, ມີມິດຕະພາບທີ່ເປັນປະເພນີມາແຕ່ດົນນານມາແລ້ວ, ມີຜົນງານອັນພົ້ນເດັ່ນຫຼາຍຢ່າງທາງດ້ານການຮ່ວມມືໃນແຕ່ລະຂົງເຂດ.ຕໍ່ໄປນີ້ພວກເຮົາພ້ອມກັນເຂົ້າສູ່ເນື້ອໃນສຳຄັນຂອງການຢ້ຽມຢາມຄັ້ງນີ້ ຕະຫຼອດຮອດມິດຕະພາບອັນເລິກເຊິ່ງຂອງຢຸນນານກັບບັນດາປະເທດອ້ອມຂ້າງທີ່ “ເດີນທາງເສັ້ນດຽວຮ່ວມກັນ, ດື່ມນ້ຳບໍ່ດຽວຮ່ວມກັນ, ໄປຕະຫຼາດບ່ອນດຽວຮ່ວມກັນ”ພວກເຮົາມາເບິ່ງປະເທດຫວຽດນາມກ່ອນ

ຮ່ວມປຶກສາຫາລືວຽກງານການເມືອງໃນລະຫວ່າງການຢ້ຽມຢາມຫວຽດນາມ, ທ່ານ ຫວັງໜິງ ໄດ້ພົບປະກັບ ທ່ານ ຫງວຽນຟູຈອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເເລະ ທ່ານ ຟ່າມມິງຈິງ ນາຍົກລັດຖະມົນຕີຄະນະລັດຖະບານ.ທັງສອງຝ່າຍໄດ້ລົງເລິກແລກປ່ຽນຄວາມຄິດເຫັນວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄວາມເຫັນເອກະພາບຂອງການນຳສູງສຸດທັງສອງພັກສອງປະເທດຈີນ-ຫວຽດນາມ, ຜັນຂະຫຍາຍ “ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່ເພີ່ມທະວີ ແລະ ລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ” ໃຫ້ດີ,ຊຸກຍູ້ ແຂວງຢຸນນານ ແລະ ປະເທດຫວຽດນາມດຳເນີນການຮ່ວມມືເອື້ອຜົນປະໂຫຍດເຊິ່ງກັນຢ່າງຮອບດ້ານ. ທ່ານ ຫວັງໜິງ ຍັງໄດ້ພົບປະກັບ ທ່ານ ລີຫງວຍຈົງ ລັດຖະມົນຕີກະຊວງພົວພັນພາຍນອກສູນກາງພັກກອມມູນິດຫວຽດນາມທ່ານ ເຜີຍຊິງຊ່ານ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ທ່ານ ຫງວຽນເວີນເຊິງ ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຕະຫຼອດຮອດເລຂາພັກແຂວງແຂວງຫາຊ່າງ, ເຫຼົາກາຍ, ລາຍເຈົ່າ ແລະ ດຽນບຽນຟູ. ຢູ່ທີ່ແຂວງຫາຊ່າງປະເທດຫວຽດນາມ, ທ່ານ ຫວັງໜິງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ກົນໄກການປະຊຸມປະຈຳປີລະຫວ່າງເລຂາພັກແຂວງແຂວງຢຸນນານປະເທດຈີນ ແລະ ແຂວງຫາຊ່າງ , ເຫຼົາກາຍ, ລາຍເຈົ່າ, ດຽນບຽນຟູຂອງປະເທດຫວຽດນາມ.

ຮ່ວມກັນແບ່ງປັນກາລະໂອກາດຢູ່ທີ່ຫວຽດນາມ ເຊິ່ງເປັນປະເທດເພື່ອນມິດທີ່ດີທີ່ຮ່ວມພູຜາສາຍນ້ຳອັນດຽວກັນຂະບວນລົດໄຟໄດ້ແລ່ນຜ່ານລາງລົດໄຟຂະໜາດເບົາໝາຍເລກ 2 ທີ່ຮ່າໂນ່ຍລາງລົດໄຟຂະໜາດເບົາເສັ້ນນີ້ແມ່ນຮັບເໝົາກໍ່ສ້າງໂດຍວິສາຫະກິດຈີນເປັນໂຄງການສັນຍາລັກເເຫ່ງການເຊື່ອມຈອດຍຸດທະສາດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດຈີນ ແລະ ຍຸດທະສາດ “ສອງແລວໜຶ່ງວົງ” ຂອງປະເທດຫວຽດນາມເປັນສັກຂີພິຍານໃຫ້ແກ່ມິດຕະພາບອັນເລິກເຊິ່ງແບບ “ສະຫາຍບວກອ້າຍນ້ອງ” ຂອງສອງພັກສອງປະເທດຝ່າຍຫວຽດນາມໄດ້ສະແດງຄວາມຄິດເຫັນຫຼາຍຄັ້ງຫວັງວ່າຈະມີໂຄງການຮ່ວມມືທີ່ຕາງໜ້າດ້ານເຕັກນິກທັນສະໄໝຂອງປະເທດຈີນໄດ້ມາລົງທຶນໃນປະເທດຫວຽດນາມນັບມື້ນັບຫຼາຍຂຶ້ນສືບຕໍ່ຮັກສາມິດຕະພາບອັນດີງາມແບບ “ສະຫາຍບວກອ້າຍນ້ອງ” ລະຫວ່າງຈີນ-ຫວຽດນາມ. ຊ່ວງປີມໍ່ໆມານີ້, ແຂວງຢຸນນານສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າກັບ ປະເທດຫວຽດນາມອຳນາດປົກຄອງແຂວງຢຸນນານ ແລະ ກະຊວງອຸດສາຫະກຳການຄ້າປະເທດຫວຽດນາມ ໄດ້ລົງນາມ “ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ” ເຂດນິຄົມໂລຈິສຕິກຕ່ອງໂສ້ເຢັນສາກົນ ເປີຍຊ່ານ ຢູ່ທີ່ດ່ານເຮີໂຄວ ແມ່ນໄດ້ລິເລີ່ມການກໍ່ສ້າງສູນແຈ້ງພາສີຂອງເຂດນິຄົມໂລຈິສຕິກການຄ້າເອເລັກໂທນິກແບບຂ້າມຊາຍແດນ(ໄລຍະສອງ)ຂອງປະເທດຈີນ-ອາຊຽນ(ເຮີໂຄວ) ໄດ້ເປີດນໍາໃຊ້ງານຢ່າງເປັນທາງການ.

ການເຊື່ອມໂຍງເຊື່ອມຈອດກັນເດຶອນທັນວາປີ 2017, ໂດຍພາຍໃຕ້ການຊຸກຍູ້ສົ່ງເສີມຮ່ວມກັນລະຫວ່າງເສັ້ນທາງລົດໄຟທັງສອງຝ່າຍຈີນ-ຫວຽດນາມ, ດ່ານພາສີ, ຫຼາຍພາກສ່ວນ ແລະ ວິສາຫະກິດອື່ນໆ, ໄດ້ບັນລຸການເປີດນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າສາກົນໃນຮູບແບບຂະບວນລົດໄຟເປັນຄັ້ງທຳອິດ. ຈົນເຖິງປັດຈຸບັນນີ້, ຂະບວນລົດໄຟຂົນສົ່ງຮ່ວມກັນສາກົນຈີນ-ຫວຽດນາມໄດ້ເປີດແລ່ນລວມທັງໝົດເປັນຈຳນວນ 13510 ຂະບວນລົດ ແລະ 4.115.900 ໂຕນ. ວັນທີ 23 ທັນວາ ປີ 2022, ຢູ່ທີ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າຮານີ ຊົນເຜົ່າອີ ຮົງເຮີ ແຂວງຢຸນນານ, ສິນຄ້າ “9810” ຊຸດທຳອິດໄດ້ສົ່ງອອກຈາກດ່ານເຮີໂຄວໄປສູ່ສາງຕ່າງປະເທດ, ອັນນີ້ເປັນປະຕິບັດການຮູບປະທຳຂອງກິ່ງແຂວງຫົງເຫີ ແລະ ເຫຼົາກາຍປະເທດຫວຽດນາມ ໃນການຕັ້ງໜ້າຜັນຂະຫຍາຍໝາກຜົນການເຈລະຈາຂອງການນຳສູງສຸດຂອງສອງປະເທດຈີນ-ຫວຽດນາມ. ວັນທີ 29 ທັນວາ ປີ 2022, ດ່ານເຮີໂຄວໄດ້ເປີດໃຫ້ຜູ້ທີ່ຂັບຂີ່ລົດສາມາດ “ຜ່ານດ່ານໂດຍກົງ” ຢ່າງເປັນທາງການ. ວັນທີ 8 ມັງກອນ ປີ 2023 ດ່ານເຮີໂຄວເຊີ່ງເປັນດ່ານໃຫຍ່ທີ່ສຸດໃນຊາຍແດນຈີນ-ຫວຽດນາມຕອນແຂວງຢຸນນານ ແມ່ນໄດ້ຟື້ນຟູວຽກງານການຜ່ານດ່ານຄືນຢ່າງຮອບດ້ານ.

ຮ່ວມກັນວາງແຜນການພັດທະນາປະເທດຈີນເປັນຄູ່ຮ່ວມການຄ້າທີ່ໃຫຍ່ທີ່ສຸດ ແລະ ເປັນແຫຼ່ງທີ່ມາທຶນຕ່າງປະເທດໃຫຍ່ອັນດັບທີ 6 ຂອງປະເທດຫວຽດນາມ, ປີ 2022 ຍອດການຄ້າທະວີພາຄີຂອງປະເທດຈີນ-ຫວຽດນາມບັນລຸເຖິງ 175,5 ຕື້ໂດລາສະຫະລັດໝາກຖຸລຽນ ແລະ ໝາກໄມ້ອື່ນໆ 11 ຊະນິດຂອງປະເທດຫວຽດນາມໄດ້ຖືກອານຸຍາດເຂົ້າສູ່ຕະຫຼາດຈີນ,ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຈີນ, ໄດ້ນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ຊາວກະສິກອນຫວຽດນາມ, ໃນໄລຍະການລະບາດຂອງພະຍາດໂຄວິດ-19 , ປະເທດຈີນ ແລະ ປະເທດຫວຽດນາມຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ, ຮ່ວມທຸກຮ່ວມສຸກນຳກັນ.

ໃນການຢ້ຽມຢາມຄັ້ງນີ້, ແຂວງຢຸນນານ ແລະ ປະເທດຫວຽດນາມທັງສອງຝ່າຍໄດ້ມີຄຳເຫັນເປັນເອກະພາບກັນ, ຈະເພີ່ມທະວີການຮ່ວມມືໃນດ້ານການແລກປ່ຽນລະຫວ່າງພັກທ້ອງຖິ່ນ, ການຝຶກອົບຮົມພະນັກງານ,ກະສິກຳການຄ້າເສດຖະກິດ, ການທ່ອງທ່ຽວ, ການຄົມມະນາຄົມ ແລະ ຂົງເຂດອື່ນໆ. ແຂວງຢຸນນານ ແລະ ແຂວງຫາຊ່າງ, ເຫຼົາກາຍ, ລາຍເຈົ່າ ແລະ ດຽນບຽນຟູປະເທດຫວຽດນາມໄດ້ລົງນາມ “ບົດບັນທຶກກອງປະຊຸມຄັ້ງທີ 3 ກົນໄກການປະຊຸມປະຈຳປີລະຫວ່າງເລຂາພັກແຂວງແຂວງຢຸນໜານປະເທດຈີນ ແລະ ແຂວງຫາຊ່າງ, ເຫຼົາກາຍ, ລາຍເຈົ່າ ແລະ ດຽນບຽນຟູປະເທດຫວຽດນາມ” “ແຜນປະຕິບັດການວ່າດ້ວຍການຮ່ວມມືສາທິດການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຂອງ 5 ແຂວງຈີນ-ຫວຽດນາມ (ປີ 2023 - 2025)”. ພະແນກການຄ້າແຂວງຢຸນນານ ແລະ ພະແນກອຸດສາຫະກຳການຄ້າແຂວງຫາຊ່າງປະເທດຫວຽດນາມໄດ້ລົງນາມບົດບັນທຶກວ່າດ້ວຍການເພີ່ມທະວີການຮ່ວມມືພັດທະນາຂົງເຂດເສດຖະກິດການຄ້າ.

ຮ່ວມສົນທະນາມິດຕະພາບ, ຮ່ວມວາງແຜນການຮ່ວມມື. ການຢ້ຽມຢາມຄັ້ງນີ້ຈະເປັນການປະກອບສ່ວນແຂວງຢຸນນານຕໍ່ການສືບຕໍ່ລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ, ສືບຕໍ່ບັນຍາຍເລື່ອງລາວມິດຕະພາບແບບ “ສະຫາຍບວກອ້າຍນ້ອງ” ລະຫວ່າງຈີນ-ຫວຽດນາມ.

 

ເນື້ອໃນລວບລວມຈາກໜັງສືພິມລາຍວັນຢຸນນານ ແລະ ປະກາດຂ່າວຢຸນນານ