ເສັ້ນທາງລົດໄຟລາວ-ຈີນຈະເປີດຂະບວນລົດໄຟຂ້າມແດນຜູ້ໂດຍສານສາກົນ ລະຫວ່າງຄຸນໝິງ ສປ ຈີນແລະ ນະຄອນຫຼວງວຽງຈັນ ສປປ ລາວ ສາມາດເດີນທາງໄປຮອດຈຸດໝາຍໃນມື້ດຽວ

Yunnan Gateway, April 12, 2023
Size:

ວັນທີ 13 ເມສາ,ເສັ້ນທາງລົດໄຟລາວ-ຈີນຈະເປີດຂະບວນລົດໄຟຂ້າມແດນຜູ້ໂດຍສານສາກົນທີ່ແລ່ນຫາສູ່ກັນທັງສອງທິດແຕ່ສະຖານີຄຸນໝິງໃຕ້ ສປ ຈີນ ຮອດ ສະຖານີນະຄອນຫຼວງວຽງຈັນ ສປປ ລາວ,ລະຫວ່າງຄຸນໝິງ ແລະ ນະຄອນຫຼວງວຽງຈັນສາມາດບັນລຸການເດີນທາງໄປເຖິງຈຸດໝາຍປາຍທາງພາຍໃນມື້ດຽວ.

ລົດໄຟຂ້າມແດນຜູ້ໂດຍສານສາກົນຂອງເສັ້ນທາງລົດໄຟລາວ-ຈີນໃຊ້ຮູບແບບການດຳເນີນການຄື ອອກເດີນທາງຕອນເຊົ້າແລະຕອນແລງຮອດ. ໃນແຕ່ລະມື້ ມີໜຶ່ງຂະບວນລົດໄຟແລ່ນຫາສູ່ກັນທັງສອງທິດ. ລົດໄຟນີ້ຈອດລົດຢູ່ 8 ສະຖານີຄື ສະຖານີຄຸນໝິງໃຕ້, ສະຖານີພູເອີ, ສະຖານີສິບສອງພັນນາ, ສະຖານີບໍ່ຫານ, ສະຖານີບໍ່ເຕ່ນ, ສະຖານີຫຼວງພະບາງ, ສະຖານີວັງວຽງ ແລະ ສະຖານີວຽງຈັນ,ເວລາເດີນທາງທັງໝົດ ເຊິ່ງລວມເອົາເວລາຜ່ານດ່ານລົດໄຟແມ່ນ 10 ຊົ່ວໂມງ 30 ນາທີ. ລົດໄຟຂ້າມແດນຜູ້ໂດຍສານສາກົນຂອງເສັ້ນທາງລົດໄຟລາວ-ຈີນໃຊ້ຂະບວນລົດໄຟ "ເລກຝູຊິງ" ແລະ "ເລກລ້ານຊ້າງ", ດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ. ມີປັກສຽບໄຟຟ້າມາດຕະຖານຈີນ ແລະ ລາວຢູ່ພາຍໃຕ້ບ່ອນນັ່ງແຕ່ລະຊຸດ, ມີກະຈາຍສຽງແລະເຄື່ອງໝາຍຈຳແນກການບໍລິການເປັນພາສາຈີນ, ລາວ ແລະ ອັງກິດ. ລົດໄຟຂ້າມແດນຜູ້ໂດຍສານສາກົນຂອງເສັ້ນທາງລົດໄຟລາວ-ຈີນ ນຳໃຊ້ການຜ່ານດ່ານ“ສອງສະຖານທີ່ ສອງການກວດກາ” ແລະ ໃນໜຶ່ງຄັ້ງໃຊ້ເວລາປະມານ 1,5 ຊົ່ວໂມງ ສຳລັບຜູ້ໂດຍສານທີ່ອອກປະເທດແລະເຂົ້າປະເທດ.

ໃນເວລາ 9 ໂມງເຊົ້າຂອງວັນທີ 11 ເມສານີ້ຕາມເວລາປັກກິ່ງ, ກົມການລົດໄຟຈີນແລະລາວຈະເປີດຂາຍປີ້ລົດໄຟຜູ້ໂດຍສານສາກົນທັງທາງອອນລາຍແລະອອບລາຍ. ຜູ້ໂດຍສານທີ່ຊື້ປີ້ລົດຂ້າມແດນຂອງລົດໄຟຜູ້ໂດຍສານສາກົນທີ່ອອກຈາກສະຖານີຄຸນໝິງໃຕ້ ສາມາດຊື້ປີ້ລົດໄຟຜ່ານເວັບໄຊລົດໄຟຈີນ 12306ແລະປ່ອງຂາຍປີ້ຢູ່ 5 ສະຖານີທີ່ກຳນົດໄວ້ຄື:ສະຖານີຄຸນໝິງ, ສະຖານີຄຸນໝິງໃຕ້, ສະຖານີພູເອີ, ສະຖານີສິບສອງພັນນາ, ແລະ ສະຖານີບໍ່ຫານ. ຜູ້ໂດຍສານທີ່ຊື້ປີ້ລົດຂ້າມແດນຂອງລົດໄຟຜູ້ໂດຍສານສາກົນທີ່ອອກຈາກສະຖານີວຽງຈັນສາມາດຊື້ປີ້ຜ່ານລະບົບປີ້ອິນເຕີເນັດຂອງທາງລົດໄຟລາວແລະປ່ອງຂາຍປີ້ໄດ້ຢູ່ 4 ສະຖານີທີ່ກຳນົດໄວ້ຄື: ສະຖານີວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພະບາງ, ແລະ ສະຖານີບໍ່ເຕ່ນ.

ນັບຕັ້ງແຕ່ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໃນເດືອນທັນວາ ປີ 2021 ເປັນຕົ້ນມາ, ລົດໄຟຜູ້ໂດຍສານໄດ້ແລ່ນຜ່ານພາກສ່ວນຕ່າງໆລະຫວ່າງຄຸນໝິງ-ບໍ່ຫານ, ວຽງຈັນ-ບໍ່ເຕ່ນ, ແລະໄດ້ຈັດຕັ້ງລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນຢ່າງເອົາໃຈໃສ່. ມາຮອດວັນທີ 9 ເມສານີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 13,93 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 18,38 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາຍແດນ 3,59 ລ້ານໂຕນ.


ຂ່າວ: ສຳນັກຂ່າວຊີນຮວາ,ໜັງສຶພິມລາຍວັນແຂວງຢຸນນານ