ກິດຈະກໍາສະເຫຼີມສະຫຼອງ"ການເຊື່ອມຈອດ ເຊື່ອມໂຍງດ້ານພະລັງງານໄຟຟ້າ ເສີມຂະຫຍາຍ ‘ຄວາມຮັກແພງ LM’ " ຈັດຂຶ້ນທີ່ ກວາງຕົງ

lmcchina.org, April 11, 2023
Size:

ຫ້ອງການພົວພັນ ຕ່າງປະເທດ ແຂວງກວາງຕົງ ຮ່ວມກັບ ບໍລິສັດຕາຂ່າຍແຈກໄຟຟ້າພາກໃຕ້ຈີນຈໍາກັດ (China Southern Power Grid Co., Ltd. / CSG)ໄດ້ຈັດກິດຈະກໍາ ສະເຫຼີມສະຫຼອງ ສັບປະດາ LM ປີ 2023 ຂຶ້ນຢູ່ເມືອງກວາງໂຈ່ວ ພາຍໃຕ້ຫົວຂໍ້ ການເຊື່ອມຈອດເຊື່ອມໂຍງດ້ານພະລັງງານໄຟຟ້າ ເສີມຂະຫຍາຍ ຄວາມຮັກແພງ LM’”, ຈຸດປະສົງເພື່ອແນໃສ່ຊຸກຍູ້ຍົກລະດັບຄຸນນະພາບການຮ່ວມມືໃນພາກພື້ນ LM ແລະ ພ້ອມກັນສ້າງອະນາຄົດອັນໃໝ່ແຫ່ງການຊື່ອມຈອດເຊື່ອມໂຍງ. ກິດຈະກໍາຄັ້ງນີ້, ມີຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງປະເທດແມ່ນ້ຳຂອງປະຈໍາຢູ່ກວາງໂຈ່ວ, ນັກສຶກສາທີ່ຮຽນຢູ່ກວາງຕົງ ແລະ ຜູ້ຕາງໜ້າວິສາຫະກິດຈີນເຂົ້າຮ່ວມ ທັງໝົດ 30 ກວ່າຄົນ. 

ທ່ານ ນາງຊຽນຮົງເຈັຍ (Qian Hongjie) ຮອງຫົວໜ້າຫ້ອງການພົວພັນ ຕ່າງປະເທດແຂວງກວາງຕົງ ກ່າວວ່າ: ນັບແຕ່ເລີ່ມຕົ້ນການຮ່ວມມື LM ເປັນຕົ້ນມາ, ແຂວງກວາງຕົງ ແລະ 5 ປະເທດແມ່ນໍ້າຂອງໄດ້ສ້າງເວທີການຮ່ວມມືແລກປ່ຽນ ແບບຮອບດ້ານ ແລະ ຫຼາຍລະດັບ. ແຂວງກວາງຕົງສະໜັບສະໜູນວິສາຫະກິດຈີນເອົາໃຈໃສ່ເພີ່ມທະວີການຮ່ວມມືແບບຮູບປະທໍາ ໃນການເຊື່ອມຈອດເຊື່ອມໂຍງ ແລະ ຂົງເຂດວຽກງານອື່ນ ກັບ ບັນດາປະເທດແມ່ນ້ຳຂອງ, ພະຍາຍາມປະກອບສ່ວນເຂົ້າເປັນແຮງຂັບເຄື່ອນການພັດທະນາເສດຖະກິດ ແລະ ສັງຄົມຂອງທ້ອງຖິ່ນ.

ທ່ານ ນາງ ວັນເພັງ ໄຊຊົມພູ (VANHPHENG SAISOMPHOU) ກົງສຸນໃຫຍ່ ສປປ ລາວ ປະຈໍາ ນະຄອນກວາງໂຈວ່, ໄດ້ຕາງໜ້າກົງສຸນໃຫຍ່ຂອງບັນດາປະເທດແມ່ນ້ຳຂອງ ປະຈຳກວາງໂຈວ່ໄດ້ສະແດງຄວາມຂອບໃຈ ແຂວງກວາງຕົງທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ມິດຕະພາບແລະການຮ່ວມມື LM. ທ່ານ ນາງ ວັນເພັງ ໄດ້ກ່າວວ່າ ສປປ ລາວ ຈະເພີ່ມທະວີການຮ່ວມມືກັບວິສາຫະກິດຢູ່ເຂດອ່າວທະເລ, ຈະນໍາເຂົ້າອຸປະກອນ ແລະ ເຕັກໂນໂລຊີທີ່ກ້າວໜ້າຂອງຈີນ ເປັນຈໍານວນຫຼາຍ, ຊຸກຍູ້ໃຫ້ວິສາຫະກິດລາວ ຮ່ວມມືຢ່າງຮອບດ້ານ ກັບ ວິສາຫະກິດຂອງຈີນ ໃນນັ້ນກໍລວມທັງແຂວງກວາງຕົງ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ແລະ ຊົມໃຊ້ໝາກຜົນຂອງ ການຮ່ວມມື "ໜຶ່ງແລວ ໜຶ່ງເສັ້ນທາງ. "

ທ່ານ ຈ່າງ ຖານຈຶ (Zhang Tanzhi) ຮອງຜູ້ຈັດການໃຫຍ່ ຂອງ ບໍລິສັດສາກົນຕາຂ່າຍແຈກໄຟຟ້າພາກໃຕ້ຈີນ (China Southern Power Grid International Co.,Ltd.)ກ່າວວ່າ, ປີນີ້ແມ່ນການຮ່ວມກັນປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງຄົບຮອບ 10 ປີ ແລະ ຍັງເປັນການສ້າງກົນໄກຮ່ວມມື LM ຄົບຮອບ 7 ປີເຊັ່ນກັນ. ບໍລິສັດຕາຂ່າຍແຈກໄຟຟ້າພາກໃຕ້ຈີນຈໍາກັດ ໄດ້ປະກອບສ່ວນທ່າແຮງອັນຕັ້ງໜ້າຂອງບໍລິສັດຢ່າງເຕັມທີ່, ສືບຕໍ່ຊຸກຍູ້ການຄ້າພະລັງງານໄຟຟ້າຂ້າມຊາຍແດນກັບບັນດາປະເທດແມ່ນ້ຳຂອງ, ຍຶດໝັ້ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ໄດ້ລົງທຶນ ໃນໂຄງການກໍ່ສ້າງເຂື່ອນໄຟຟ້າຫຼວງນ້ຳທາ ຢູ່ ສປປ ລາວ, ໂຄງການ ຢົງຊິນ ໄລຍະທີ1 ຢູ່ ສສ ຫວຽດນາມ, ພ້ອມທັງວາງແຜນເສີມຂະຫຍາຍໂຄງການນ້ອຍແຕ່ສວາຍງາມຢ່າງເປັນລະບົບ ຊຶ່ງເປັນໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ ການກໍ່ສ້າງໂຮງຮຽນມິດຕະພາບ ຈີນ-ລາວ ແລະອື່ນໆ, ເພື່ອຊຸກຍູ້ ເສດຖະກິດ-ສັງຄົມຢູ່ທ້ອງຖິ່ນມີການພັດທະນາແບບຍືນຍົງ ແລະ ຊຸກຍູ້ເຮັດໃຫ້ປະຊາຊົນມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນຂຶ້ນຕື່ມ.

ຜູ້ເຂົ້າຮ່ວມທຸກຄົນໄດ້ຮັບຊົມແຜ່ນຟີມ ໂຄສະນາເຜີຍແຜ່ການສົ່ງເສີມ ແລະ ການພັດທະນາການຮ່ວມມືດ້ານພະລັງງານໄຟຟ້າໃນພາກພື້ນແມ່ນໍ້າຂອງ, ຮັບຟັງການເລົ່າເລື່ອງຂອງບໍລິສັດຕາຂ່າຍແຈກໄຟຟ້າພາກໃຕ້ຈີນ ໃນການກໍ່ສ້າງໂຮງຮຽນມິດຕະພາບ ຈີນ-ລາວ ແລະ ປະສົບການຄວາມຮູ້ສຶກຂອງຜູ້ຕາງຫນ້າບັນດາປະເທດແມ່ນໍ້າຂອງທີ່ສຶກສາຢູ່ກວາງຕົງແລະໄດ້ໄປຢ້ຽມຢາມສູນເຜີຍແຜ່ວິທະຍາສາດທົ່ວໄປຂອງສະຖານີປັບໄຟຟ້າກວາງໂຈ່ວ.