ສະຖາບັນຄົ້ນຄວ້າ ສື່ທົ່ງເສີງຕູ ຈັດກອງປະຊຸມສົນທະນາການຮ່ວມມືຄັງປັນຍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, April 11, 2023
Size:

ເພື່ອເປັນການສະເຫຼີມສະຫຼອງ ສັບປະດາທີ 6 ຂອງແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ(LM )ແລະ ທັງເປັນການຕ້ອນຮັບການຮ່ວມມື LM ຄົບຮອບ 5 ປີ ທອງຄໍາຢ່າງເປັນທາງການ, ທີ່ນະຄອນເສີງຕູ່ ສະຖາບັນຄົ້ນຄວ້າສື້ທົ່ງເສີງຕູ່ ໄດ້ຈັດປະຊຸມສໍາມະນາຂຶ້ນໃນວັນທີ 28 ມີນາ 2023, ໂດຍໄດ້ເຊື້ອເຊີນຊ່ຽວຊານນັກຄົ້ນຄວ້າຕາງໜ້າ ຈາກ ປະເທດລາວ, ກໍາປູເຈຍ, ໄທ, ມຽນມາ ຕະຫຼອດຮອດຄັງປັນຍາຂອງຈີນ ແລະ ອົງການຈັດຕັ້ງກ່ຽວຂ້ອງ 20 ກວ່າທ່ານ ເຂົ້າຮ່ວມ ເພື່ອພ້ອມກັນປຶກສາຫາລືຊອກຊ່ອງທາງເພີ່ມທະວີການຮ່ວມມື ແລະ  ຮັບມືກັບສິ່ງທ້າທາຍຕ່າງໆ ເພື່ອຊຸກຍູ້ການພັດທະນາຂອງພາກພື້ນ.

ຊ່ຽວຊານທັງຝ່າຍຈີນແລະຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນການວິເຄາະວິໄຈໃນຫຼາຍແງ່ມຸມຕໍ່ສະພາບການໃນປັດຈຸບັນ ແລະ ວິໄສທັດຂອງກົນໄກການຮ່ວມມື LM , ເຊິ່ງໃນນັ້ນກໍລວມໄປເຖິງດ້ານຕ່າງໆ ເຊັ່ນ ການຕື່ມເຕັມໃຫ້ສົມບູນຊຶ່ງກັນແລະກັນດ້ານການຜະລິດອຸດສາຫະກໍາໃນຂົງເຂດພະລັງງານ ລະຫວ່າງ ສປ ຈີນ ກັບ ບັນດາປະເທດອາຊີຕາເວັນອອກສຽງໃຕ້; ການປຶກສາຫາລືປະສານສົມທົບກັນພາຍໃນພາກພື້ນກ່ຽວກັບພະລັງງານ ນໍ້າ; ບັນຫາສິ່ງທ້າທາຍ ແລະ ທິດທາງວິທີແກ້ໄຂບັນຫາດ້ານການສຶກສາສາກົນ ລະຫວ່າງ ສປ ຈີນ ກັບ ບັນດາປະເທດຢູ່ລຽບຕາມລໍາແມ່ນໍ້າຂອງ; ການວິເຄາະເອກະສານແລກປ່ຽນຄໍາເຫັນຂອງການນໍາລະດັບສູງ ຂອງ ປະເທດ LM; ການກະກຽມຄວາມພ້ອມຂອງການຮັບມືແກ້ໄຂການແພ່ລະບາດຂອງພະຍາດ ແລະ ບັນຫາດ້ານສາທາລະນະສຸກອື່ນໆ; ປັດໄຈພາຍນອກທີ່ພາໃຫ້ການເຊື່ອມໂຍງຂອງພາກພື້ນເກີດມີຄວາມບໍ່ໝັ້ນທ່ຽງ; ບັນຫາການຄ້າລະຫວ່າງປະເທດ ແລະ ອາຊະຍາກໍາຂ້າມຊາດ; ຜົນສະທ້ອນຈາກຄວາມຄືບໜ້າຂອງນະໂຍບາຍພາຍໃນ ບັນດາປະເທດໃນພາກພື້ນທີ່ມີຕໍ່ການຮ່ວມມື LM.

ເພື່ອຊຸກຍູ້ກົນໄກການຮ່ວມມື LM ຂະຫຍາຍຕົວອີກກ້າວໜຶ່ງ, ບັນດາຊ່ຽວຊານກໍໄດ້ເຫັນດີເປັນເອກະພາບກັນວ່າ, ກ່ອນອື່ນໝົດ, ບັນດາປະເທດຕ້ອງໄດ້ເພີ່ມທະວີການຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງ, ດ້ານເສດຖະກິດການຄ້າ ແລະ ຂົງເຂດອື່ນໆ, ຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງເຊື່ອມຕໍ່ກັບກົນໄກການຮ່ວມມື LM ເພື່ອສ້າງຄວາມຮັ່ງມີຜາສຸກໃຫ້ແກ່ປະຊາຊົນໃນພາກພື້ນ. ອີກດ້ານໜຶ່ງ, ຕ້ອງໄດ້ສ້າງກົນໄກການປົກປັກຮັກສາລະບົບນິເວດທີ່ດີໃຫ້ເປັນລະບົບຄົບຊຸດ, ຮັບປະກັນການພັດທະນາແບບຍືນຍົງຂອງແມ່ນໍ້າລໍາເຊ, ປົກປັກຮັກສາສິ່ງແວດລ້ອມນິເວດ, ເອົາໃຈໃສ່ກໍ່ສ້າງເສດຖະກິດສີຂຽວຂອງພາກພື້ນ. ພ້ອມດຽວກັນນັ້ນ, ຊ່ຽວຊານວິຊາການຍັງຮຽກຮ້ອງໃຫ້ເພີ່ມທະວີການແລກປ່ຽນດ້ານວັດທະນະທໍາ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ, ເພື່ອການຮ່ວມມືທາງເສດຖະກິດດ້ານດຽວເທົ່ານັ້ນ, ຕ້ອງສ້າງໃຫ້ເປັນຮູບແບບການແລກປ່ຽນຮ່ວມມືທີ່ມີຫຼາຍລະດັບ ແລະ ຮອບດ້ານ ເພື່ອພ້ອມກັນຄົ້ນພົບ ແລະສ້າງກາລະໂອກາດຂອງການຮ່ວມມືທ່າມກາງດໍາເນີນການແລກປ່ຽນ ຊຶ່ງກັນແລະກັນ.