ດ່ານເຮີໂຂແຂວງຢຸນນານຈີນຕ້ອນຮັບຄະນະນັກທ່ອງທ່ຽວຫວຽດນາມຄະນະທຳອິດ

CRI, April 11, 2023
Size:

ວັນທີ 7 ເມສານີ້, ດ່ານເຮີໂຂແຂວງຢຸນນານທີ່ຢູ່ຊາຍແດນຈີນ-ຫວຽດນາມ ໄດ້ຕ້ອນຮັບຄະນະນັກທ່ອງທ່ຽວຫວຽດນາມຄະນະທຳອິດ ພາຍຫຼັງຟື້ນຟູການຜ່ານດ່ານຮອບດ້ານເປັນຕົ້ນມາ.

ນີ້ກໍ່ແມ່ນຄະນະນັກທ່ອງທ່ຽວຫວຽດນາມຄະນະທຳອິດທີ່ເຂົ້າແດນຈີນ ຫຼັງຈາກຈັດງານໂຄສະນາເສັ້ນທາງທ່ອງທ່ຽວຄຳ “ເປົ້າໝາຍ 6 ແຫ່ງຂອງທັງສອງປະເທດ” ຈີນ-ຫວຽດນາມໃນວັນທີ 28 ມີນາແລ້ວນີ້ເປັນຕົ້ນມາ. ນັກທ່ອງທ່ຽວກຸ່ມດັ່ງກ່າວຈະເດີນທາງໄປແຫ່ງຕ່າງໆ ເຊັ່ນ: ເມືອງຈ້ຽນສຸຍ, ເມືອງມີເລີ້, ເມືອງເມີງຈື້ ແລະແຫ່ງອື່ນໆຂອງແຂວງຢຸນນານ.