ປະເທດແລະເຂດແຄວ້ນທີ່ເປີດຖ້ຽວບິນໂດຍສານສາກົນກັບຈີນໄດ້ຟື້ນຟູເກືອບ 80% ເມື່ອທຽບໃສ່ໄລຍະກ່ອນການແພ່ລະບາດຂອງພະຍາດໂຄວິດ-19

CRI, April 5, 2023
Size:

   ທ່ານນາງ ຫຼຽງໜານ ຫົວໜ້າກົມຂົນສົ່ງອົງການການບິນພົນລະເຮືອນຈີນໄດ້ແຈ້ງໃຫ້ຮູ້ໃນວັນທີ 4 ເມສານີ້ວ່າ: ຖ້ຽວບິນໂດຍສານສາກົນທີ່ຈີນປະຕິບັດໜ້າທີ່ການບິນໃນຫວ່າງອາທິດຜ່ານມານີ້ບັນລຸເຖິງ 2.021 ຖ້ຽວ, ໄດ້ຟື້ນຟູຮອດລະດັບເກືອບ 26,5% ເມື່ອທຽບໃສ່ໄລຍະກ່ອນການແພ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019; ນອກນີ້, ຖ້ຽວບິນໂດຍສານສາກົນສາມາດໄປເຖິງ 58 ປະເທດແລະເຂດແຄວ້ນ, ໄດ້ຟື້ນຟູຮອດລະດັບເກືອບ 80% ເມື່ອທຽບໃສ່ໄລຍະກ່ອນການແພ່ລະບາດຂອງພະຍາດໂຄວິດ-19.

   ທ່ານນາງ ຫຼຽງໜານ ໄດ້ແຈ້ງໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຫ້ອງການຖະແຫຼງຂ່າວລັດຖະບານຈີນຈັດຂຶ້ນໃນມື້ດຽວກັນວ່າ: ໃນການບິນໄລຍະລະດູຮ້ອນແລະລະດູໃບໄມ້ຫຼົ່ນປີ 2023 ທີ່ຫາກໍເລີ່ມຕົ້ນນັ້ນ, ບໍລິສັດການບິນທັງພາຍໃນແລະຕ່າງປະເທດໄດ້ສົມທົບກັບສະພາບການຄາດຄະເນຕໍ່ຕະຫຼາດຂົນສົ່ງ ດ້ວຍເຮືອບິນສາກົນຂອງຈີນ, ໄດ້ປັບປຸງແລະຈັດວາງກໍາລັງຂົນສົ່ງຢ່າງຕັ້ງໜ້າ, ພ້ອມທັງເພີ່ມແຜນການຖ້ຽວບິນໂດຍສານສາກົນຢ່າງຫຼວງຫຼາຍ ໂດຍມີບໍລິສັດການບິນພາຍໃນ 28 ບໍລິສັດແລະບໍລິສັດການບິນຕ່າງປະເທດ 88 ບໍລິສັດມີແຜນຈັດຖ້ຽວບິນໄປກັບຈີນຈໍານວນ 5.290 ຖ້ຽວຕໍ່ອາທິດສໍາລັບເສັ້ນທາງການບິນຂອງ 123 ຕົວເມືອງໃນ 62 ປະເທດແລະເຂດແຄວ້ນ.