ຫຼາຍປະເທດປະກາດຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟເລີ່ມແຕ່ເດືອນພຶດສະພາເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ

CRI, April 5, 2023
Size:

   ວັນທີ 2 ເມສານີ້, ຫຼາຍປະເທດຜະລິດນ້ຳມັນເຊື້ອໄຟໄດ້ປະກາດວ່າ, ຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟເລີ່ມແຕ່ເດືອນພຶດສະພາເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ.

   ອາຣັບບີ ຊາອຸດິດ ປະກາດຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟຈໍານວນ 500.000 ບາເຣວຕໍ່ມື້ເລີ່ມແຕ່ເດືອນພຶດສະພາເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ; ຂະນະທີ່ສະຫະລັດອາຣັບເອມີເຣດປະກາດຈະຫຼຸດ 144.000 ບາເຣວຕໍ່ມື້; ກູເວດປະກາດຈະຫຼຸດ 128.000 ບາເຣວຕໍ່ມື້; ອີຣັກປະກາດຈະຫຼຸດ 211.000 ບາເຣວຕໍ່ມື້; ອານເຊຣີປະກາດຈະຫຼຸດ 48.000 ບາເຣວຕໍ່ມື້; ກາຊັກສະຖານປະກາດຈະຫຼຸດ 78.000 ບາເຣວຕໍ່ມື້ ແລະ ໂອມານປະກາດຈະຫຼຸດ 40.000 ບາເຣວຕໍ່ມື້.

   ນອກນີ້, ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍໄດ້ແຈ້ງໃຫ້ຮູ້ໃນວັນທີ 2 ເມສານີ້ວ່າ: ຣັດເຊຍຈະແກ່ຍາວເວລາການປະຕິບັດມາດຕະການຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟຈໍານວນ 500.000 ບາເຣວຕໍ່ມື້ນັ້ນຈົນເຖິງທ້າຍປີ 2023 ດ້ວຍຄວາມສະໝັກໃຈ ອີງຕາມລະດັບການຂຸດຄົ້ນໂດຍສະເລ່ຍຂອງເດືອນກຸມພາປີນີ້. ກ່ອນໜ້ານີ້, ທ່ານ ໂນວັກ ເຄີຍກ່າວວ່າ: ຣັດເຊຍຈະຫຼຸດປະລິມານການຜະລິດນໍ້າມັນເຊື້ອໄຟຈໍານວນ 500.000 ບາເຣວຕໍ່ມື້ເລີ່ມແຕ່ຕົ້ນເດືອນມີນາເຖິງທ້າຍເດືອນມິຖຸນາປີ 2023 ດ້ວຍຄວາມສະໝັກໃຈ.