ຈີນຈະອຳນວຍໂອກາດໃໝ່ຫຼາຍກວ່າເກົ່າໃຫ້ກັບໂລກດ້ວຍການພັດທະນາອັນໃໝ່ຂອງຕົນ

CRI, April 5, 2023
Size:


ວັນທີ 4 ເມສາ 2023 ນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຢືນຢັນໃນເວລາໃຫ້ທັດສະນະຕໍ່ກັບກໍລະນີທີ່ທະນາຄານໂລກເຜີຍແຜ່ບົດລາຍງານເຄິ່ງປີກ່ຽວກັບເສດຖະກິດເຂດອາຊີຕາເວັນອອກແລະປາຊີຟິກວ່າ: ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເດັດດ່ຽວໜຽວແໜ້ນ, ສ້າງຄວາມແນ່ນອນໃຫ້ກັບໂລກຫຼາຍກວ່າເກົ່າດ້ວຍຄວາມໝັ້ນຄົງຂອງຕົນ, ອຳນວຍໂອກາດໃໝ່ຫຼາຍກວ່າເກົ່າໃຫ້ກັບໂລກດ້ວຍການພັດທະນາອັນໃໝ່ຂອງຕົນ.

ເມື່ອມໍ່ໆມານີ້, ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານເຄິ່ງປີກ່ຽວກັບເສດຖະກິດເຂດອາຊີຕາເວັນອອກແລະປາຊີຟິກສະບັບເດືອນເມສາປີ2023ໂດຍຄາດຄະເນວ່າ: ເນື່ອງຈາກໄດ້ຮັບຜົນດີຈາກເສດຖະກິດຈີນທີ່ເຕີບໂຕຄືນໃໝ່ຢ່າງຫຼວງຫຼາຍ, ຈັງຫວະການເຕີບໂຕດ້ານເສດຖະກິດຂອງກຸ່ມເສດຖະກິດທີ່ກຳລັງພັດທະນາໃນເຂດອາຊີຕາເວັນອອກແລະປາຊີຟິກຈະເພີ່ມຂຶ້ນເປັນ 5,1% ໃນປີນີ້. ບົດລາຍງານຍັງລະບຸຕື່ມວ່າ: ການຕັດສາຍພົວພັນດ້ານເຕັກນິກແລະການຈຳກັດການຄ້າຈະເປັນໄພຂົ່ມຂູ່ຕໍ່ການເຕີບໂຕດ້ານເສດຖະກິດທົ່ວອາຊີໃນໄລຍະຍາວ.

ຕໍ່ກັບເລື່ອງນີ້, ທ່ານນາງ ເໝົາໜິງ ກ່າວວ່າ: ກອງປະຊຸມເວທີເປິກສາຫາລືອາຊີໂປອາວທີ່ຈັດຂຶ້ນໃນອາທິດຜ່ານມາກໍໄດ້ເຜີຍແຜ່ບົດລາຍງານປະຈຳປີກ່ຽວກັບວິໄສທັດເສດຖະກິດອາຊີເຊັ່ນດຽວກັນ ເຊິ່ງບົດລາຍງານລະບຸວ່າ: ປີນີ້, ການຟື້ນຕົວຂອງເສດຖະກິດອາຊີຈະເລັ່ງໄວຂຶ້ນໂດຍລວມ, ຄາດວ່າ ຈັງຫວະການເຕີບໂຕຈະສູງກວ່າລະດັບສະເລ່ຍຂອງໂລກໃນໄລຍະດຽວກັນຢ່າງຫຼວງຫຼາຍ, ສ່ວນຈີນຈະເປັນແຫຼ່ງພະລັງແຮງໃຫຍ່ທີ່ສຸດສຳລັບຂັບເຄື່ອນການເຕີບໂຕຂອງເສດຖະກິດອາຊີ.

ທ່ານນາງ ເໝົາໜິງ ກ່າວຕື່ມວ່າ: ດັ່ງທີ່ບົດລາຍງານຂອງທະນາຄານໂລກໄດ້ລະບຸວ່າ: ຫຼາຍປະເທດມີຄວາມເປັນຫ່ວງວ່າອາເມຣິກາຈະປະຕິບັດມາດຕະການຕັດສາຍພົວພັນ, ປະຕິບັດລັດທິປົກປ້ອງການຄ້າຢ່າງຂະໜາດໃຫຍ່, ທຳລາຍຄວາມໝັ້ນຄົງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງໃນທົ່ວໂລກ, ເຊິ່ງບໍ່ມີຜົນດີຕໍ່ການເຕີບໂຕດ້ານເສດຖະກິດໂລກ ພ້ອມທັງບໍ່ສອດຄ່ອງກັບຜົນປະໂຫຍດຂອງປະເທດໃດ.