ຈັດກອງປະຊຸມສຳມະນາທິດສະດີລະຫວ່າງພັກຄອມມູນິດຈີນແລະພັກ ປປ ລາວ ຄັ້ງທີ 10

CRI, April 5, 2023
Size:

   ຕອນເຊົ້າວັນທີ 4 ເມສານີ້, ກອງປະຊຸມສຳມະນາທິດສະດີລະຫວ່າງພັກຄອມມູນິດຈີນແລະພັກປະຊາຊົນປະຕິວັດລາວ ຄັ້ງທີ 10 ພາຍໃຕ້ຫົວຂໍ້ “ບົດຮຽນໃນການຄຸ້ມຄອງສັງຄົມແບບປະດິດສ້າງໃນຍຸກສະໄໝແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານ” ໄດ້ຈັດຂຶ້ນໂດຍຜ່ານຮູບແບບວິດີໂອ. ທ່ານ ຫຼີຊູເຫຼີຍ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ແລະທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ທັງເປັນຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າຮ່ວມກອງປະຊຸມແລະກ່າວບົດລາຍງານທີ່ມີຫົວຂໍ້ສະເພາະ.

   ໃນໂອກາດນີ້, ທ່ານ ຫຼີຊູເຫຼີຍ ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນຫາກໍອັດລົງບໍ່ດົນ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ ແລະທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ກໍໄດ້ບັນລຸຄວາມເຫັນເປັນເອກະພາບກັນທີ່ສໍາຄັນໃນການຊຸກຍູ້ການພັດທະນາສາຍພົວພັນລະຫວ່າງສອງພັກກໍຄືສອງປະເທດຢ່າງຮອບດ້ານ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ວາງແຜນການໃໝ່ຕໍ່ການປັບປຸງລະບົບຄຸ້ມຄອງສັງຄົມໃຫ້ດີຂຶ້ນຈາກຄວາມສູງທາງຍຸດທະສາດທີ່ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານໂດຍຜ່ານຄວາມທັນສະໄໝແບບຈີນ. ເມື່ອປະເຊີນໜ້າກັບໂອກາດໃໝ່ກໍຄືສິ່ງທ້າທາຍໃໝ່ທີ່ເຕັກໂນໂລຊີຂໍ້ມູນຂ່າວສານມີຕໍ່ການຄຸ້ມຄອງສັງຄົມນັ້ນ, ພັກຄອມມູນິດຈີນຖືການເພີ່ມທະວີແລະປະດິດສ້າງການຄຸ້ມຄອງສັງຄົມໄວ້ຢູ່ຖານະທີ່ສໍາຄັນໃນການປົກຄອງປະເທດແລະການຄຸ້ມຄອງລັດຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງປະຕິບັດແນວຄິດທີ່ຖືປະຊາຊົນເປັນໃຈກາງຢ່າງຮອບດ້ານ, ປະດິດສ້າງແນວຄວາມຄິດ, ກົນໄກແລະລະບຽບການ, ວິທີແລະມາດຕະການໃນການຄຸ້ມຄອງສັງຄົມຢ່າງບໍ່ຢຸດຢັ້ງ, ສຸມໃສ່ການຍົກລະດັບການຄຸ້ມຄອງສັງຄົມໃຫ້ຫັນເປັນແບບສັງຄົມ, ຫັນເປັນແບບປົກຄອງຕາມກົດໝາຍ, ຫັນເປັນແບບອັດຊະລິຍະແລະຫັນເປັນແບບວິຊາການໃຫ້ສູງຂຶ້ນ, ເພື່ອຊຸກຍູ້ການຫັນເປັນແບບທັນສະໄໝຂອງລະບົບການບໍລິຫານປະເທດແລະຄວາມສາມາດການປົກຄອງປະເທດ.

   ທ່ານນາງ ສີໃສ ລືເດດມູນສອນ ໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນພົ້ນເດັ່ນໃນການເພີ່ມທະວີແລະປະດິດສ້າງການຄຸ້ມຄອງສັງຄົມຂອງຈີນ, ພ້ອມທັງກ່າວຢືນຢັນວ່າຝ່າຍລາວຍິນດີເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງປະເທດແລະການຄຸ້ມຄອງລັດກັບຝ່າຍຈີນ, ເພື່ອຊຸກຍູ້ສາຍພົວພັນລະຫວ່າງສອງພັກກໍຄືສອງປະເທດໃຫ້ໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ.