ກອງທັບຈີນ-ກໍາປູເຈຍຝືກຊ້ອມຮ່ວມດ້ານການປິ່ນປົວແລະປ້ອງກັນການແພ່ລະບາດຂອງພະຍາດ

CRI, April 3, 2023
Size:

   ຫວ່າງບໍ່ດົນມານີ້, ກອງທັບຈີນ-ກໍາປູເຈຍທີ່ເຂົ້າຮ່ວມການຝຶກຊ້ອມຮ່ວມນັ້ນໄດ້ຮ່ວມກັນຈັດຕັ້ງການຝຶກຊ້ອມດ້ານການປິ່ນປົວແລະປ້ອງກັນການແພ່ລະບາດຂອງພະຍາດໂດຍປິ່ນອ້ອມຫົວຂໍ້ການກວດກາວັດແທກດ້ານຊີວະພາບ, ການແກ້ໄຂບັນຫາຢູ່ກັບທີ່, ການກັກບໍລິເວນແລະຍ້າຍສະຖານທີ່ແລະຫົວຂໍ້ອື່ນໆ, ໂດຍໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ກັບການຝຶກຊ້ອມລວມໃນຂັ້ນຕອນຕໍ່ໜ້າ.

   ການຝຶກຊ້ອມຮ່ວມໃນຄັ້ງນີ້ໄດ້ຈໍາລອງກໍລະນີທີ່ພາຍຫຼັງເກີດການແພ່ລະບາດຂອງພະຍາດທີ່ບໍ່ຮູ້ສາເຫດແລ້ວ, ສະມາຊິກຂອງໜ່ວຍປິ່ນປົວແລະປ້ອງກັນພະຍາດຂອງຈີນ-ກໍາປູເຈຍດໍາເນີນການປິ່ນປົວຄົນເຈັບຢູ່ກັບທີ່, ສໍາຫຼວດພະຍາດຕິດແປດ, ພ້ອມທັງດໍາເນີນການກວດກາຕົວຢ່າງທີ່ສົ່ງມາຕາມຫຼັງຢູ່ລົດກວດກາ ແລະບົ່ງມະຕິຕົວເຊື້ອພະຍາດໃນເບື້ອງຕົ້ນ.