ກິດຈະກຳແລກປ່ຽນ ສະເຫຼີມສະຫຼອງການເປີດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 7 ປີ ຈັດຂຶ້ນທີ່ນະຄອນນານນິງ

lmcchina.org, March 31, 2023
Size:

ວັນທີ 23 ມີນາ, ສະຫະພັນແມ່ຍິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີໄດ້ຈັດກິດຈະກຳແລກປ່ຽນ ເພື່ອສະເຫຼີມສະຫຼອງການເປີດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ຄົບຮອບ 7 ປີ ແລະ ງານສະແດງວັດທະນະທໍາຊົນເຜົ່າພາຍໃຕ້ຫົວຂໍ້ “ເຕົ້າໂຮມກຳລັງຂອງແມ່ຍິງ, ກ້າວໄປສູ່ອະນາຄົດພ້ອມກັນ” ຢູ່ນະຄອນນານນິງ.

ກ່ອນການຈັດກິດຈະກຳ, ທ່ານ ນາງ ຫູຈິ່ງໂປ, ປະທານສະຫະພັນແມ່ຍິງເຂດກວາງຊີ ກັບ ທ່ານ Kyaw Soe Thein, ກົງສນໃຫຍ່ ສ ມຽນມາ ປະຈຳ ນະຄອນນານນິງ ແລະ ຜູ້ຕາງໜ້າຈາກສະຖານກົງສນໃຫຍ່ຂອງບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ປະຈຳ ນະຄອນນານນິງ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການສົ່ງເສີມການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືທີ່ເປັນຮູບປະທຳໃນດ້ານວຽກງານແມ່ຍິງກັບບັນດາປະເທດ LM ເພື່ອເຮັດໃຫ້ເນື້ອໃນການແລກປ່ຽນມີຄວາມອຸດົມສົມບູນຂຶ້ນອີກກ້າວໜຶ່ງ ແລະ ຂະຫຍາຍຊ່ອງທາງການຮ່ວມມື ເປັນຕົ້ນ.

ກິດຈະກຳຄັ້ງນີ້ໄດ້ປະສານສົມທົບກັບ “ລັກສະນະຊົນເຜົ່າ, ພາກພື້ນ ແລະ ສາກົນ”, ນຳໃຊ້ຮູບແບບສິລະປະທີ່ຫຼາກຫຼາຍ, ເຊັ່ນ: ການສະແດງບົດເພງ ແລະ ບົດຟ້ອນຊົນເຜົ່າ, ການເສບດົນຕີຊົນເຜົ່າ, ການອ່ານກາບກອນ, ການສະແດງກາຍະສິນ, ການສຳຜັດກັບວັດທະນະທຳທີ່ເປັນມໍລະດົກນາມະທຳ ແລະ ຮູບການອື່ນໆ ເພື່ອສ່ອງແສງໃຫ້ເຫັນເຖິງສະພາບການທີ່ ແມ່ຍິງຈາກ 6 ປະເທດ LM ໄດ້ຍຶດຖືຈິດໃຈການຮ່ວມມື LM, ຮ່ວມກັນສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາຢ່າງຮອບດ້ານຂອງແມ່ຍິງ ແລະ ເພື່ອຕັ້ງໜ້າຊຸກຍູ້ການແລກປ່ຽນດ້ານອາລິຍະທຳ ແລະ ການຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງບັນດາປະເທດ LM, ສົ່ງເສີມການແລກປ່ຽນໄປມາຫາສູ່ກັນລະຫວ່າງປະຊາຊົນ, ການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ຄວາມເຂົ້າໃຈກັນລະຫວ່າງປະຊາຊົນປະເທດ LM, ທັງຈະຮ່ວມກັນສ້າງອະນາຄົດອັນດີງາມ.

ໃນໄລຍະ7 ປີນັບແຕ່ໄດ້ເປີດການຮ່ວມມື LM ເປັນຕົ້ນມາ, ສະຫະພັນແມ່ຍິງເຂດກວາງຊີໄດ້ຈັດຕັ້ງ “ເວທີປາໄສແມ່ຍິງຈີນ-ອາຊຽນ” 3 ຄັ້ງ ແລະ ງານສະແດງວັດທະນະທຳຊົນເຜົ່າ 4 ຄັ້ງ ຢ່າງສຳເລັດຜົນ, ໄດ້ດຳເນີນການແລກປ່ຽນຢ້ຽມຢາມເຊິ່ງກັນແລະກັນເຖິງ 11 ຄັ້ງ ທັງໄດ້ອີງໃສ່ສູນຝຶກອົບຮົມແມ່ຍິງຈີນ-ອາຊຽນ, ສູນຝຶກອົບຮົມພາກສະໜາມແມ່ຍິງ ຈີນ-ອາຊຽນ ແລະ ສູນອື່ນໆເພື່ອດຳເນີນການແລກປ່ຽນ ແລະ ການຮ່ຳຮຽນເຊິ່ງກັນແລະກັນລະຫວ່າງແມ່ຍິງຈາກປະເທດ LM ເຖິງ 5 ຄັ້ງ ເຊິ່ງໄດ້້ເປັນການເສີມຂະຫຍາຍສາຍພົວພັນລະຫວ່າງແມ່ຍິງຈາກປະເທດ LM ດ້ວຍ “ການເຊື່ອມສານທາງດ້ານຈິດໃຈ, ມີຄວາມໂອບເອື້ອອາລີຕໍ່ກັນ ແລະມີຄວາມເຂົ້າໃຈເຊິ່ງກັນແລະກັນ” ຢ່າງໜັກແໜ້ນ ທັງໄດ້ ເຮັດໃຫ້ແມ່ຍິງສາມາດປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ, ລົງເລິກມິດຕະພາບຖານບ້ານໃກ້ຄຽງ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊະຕາກຳດຽວກັນ.