“ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປະຈຳປີ 2023 ໄຂຂຶ້ນຢ່າງເປັນທາງການທີ່ແຂວງຢູນນານ

lmcchina.org, March 31, 2023
Size:

ວັນທີ 23 ມີນາ, ພິທີເປີດສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(LM)” ປະຈຳປີ 2023 ທີ່ແຂວງຢູນນານ ແລະ ບັນດາກິດຈະກຳການຮ່ວມມື LM ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ ເຊິ່ງແຂວງຢູນນານ ກັບ 5 ປະເທດທີ່ຢູ່ລຽບຕາມແມ່ນ້ຳຂອງ ໄດ້ຮ່ວມກັນຫວນຄືນໝາກຜົນການຮ່ວມມືທີ່ອຸດົມສົມບູນ ແລະ ຮ່ວມກັນປຶກສາຫາລືວິໄສທັດການພັດທະນາໃນອະນາຄົດ.

ໃນໄລຍະຈັດງານສັບປະດາດັ່ງກ່າວ, ໄດ້ຈັດ 11 ກິດຈະກໍາປິ່ນອ້ອມຕາມລໍາດັບ, ເຊັ່ນ: ກິດຈະກໍາ“ຊາວໜຸ່ມຈາກປະເທດ LM ທົດລອງໄປສຳຜັດບັນຍາກາດຂອງລີ້ຈ່ຽງ” ປີ 2023, ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ສະເພາະ “ຮ່ວມມືກັນຫຼຸດພົ້ນອອກຈາກຜົນກະທົບຂອງເຊື້ອພະຍາດໂຄວິດ-19, ເພີ່ມພະ ລັງຊີວິດໃໝ່ໃຫ້ແກ່ການສ້າງປະຊາຄົມຮ່ວມຊະຕາກຳ LM”, ກິດຈະກຳການແລກປ່ຽນສົນທະນາກັນລະຫວ່າງຊາວໜຸ່ມ LM, ການແຂ່ງຂັນຖ່າຍຮູບ ແລະ ວິດີໂອສັ້ນ ພາຍໃຕ້ຫົວຂໍ້ “LM ສີຂຽວ: ເຮັດໃຫ້ຄວາມຝັນປາກົດເປັນຈິງ” ແລະ ກິດຈະກໍາອື່ນໆ ເພື່ອສະແດງໃຫ້ເຫັນສະເໜ່ພິເສດ ແລະ ໝາກຜົນອັນອຸດົມສົມບູນຂອງການຮ່ວມມື LM ຢ່າງເຕັມທີ.

ທ່ານ ຫຼຽງຈ້ຽນຈຸ່ນ ຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ ໄດ້ກ່າວວ່າ: “ປັດຈຸບັນ, ໄມຕີຈິດມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງປະເທດຈີນ ກັບ ບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງໄດ້ນັບມື້ເພີ່ມຂຶ້ນ, ການຮ່ວມມືທີ່ເປັນຮູບປະທຳໃນທຸກຂົງເຂດກຳລັງຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ເຊື່ອໝັ້ນວ່າ ບັນດາປະເທດຈະສາມາດຮ່ວມມືກັນຜ່ານຜ່າສິ່ງທ້າທາຍນາໆປະການທີ່ປາກົດຢູ່ຕາມເສັ້ນທາງ ເພື່ອສືບຕໍ່ກ້າວເດີນໄປຂ້າງໜ້າ. ປັດຈຸບັນນີ້, ທົ່ວໂລກກຳລັງຢູ່ໃນໄລຍະໃໝ່ທີ່ມີຄວາມສັບສົນ ແລະ ມີການປ່ຽນແປງຢ່າງຫຼວງຫຼາຍ, ປະເທດຈີນຈະເພີ່ມກຳລັງອັນຕັ້ງໜ້າຂອງຕົນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ທັງຈະສະໜອງກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂອງບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ເພື່ອຮ່ວມກັນສ້າງເຂດສາທິດໃນການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຮ່ວມກັນຢ່າງມີຄຸນະພາບສູງ, ໃຫ້ກາຍເປັນເຂດນຳໜ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ການພັດທະນາທົ່ວໂລກ”, ເຂດທົດລອງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ຄວາມໝັ້ນຄົງທົ່ວໂລກ”, ເຂດທີ່ມີເງື່ອນໄຂທີ່ດີທີ່ສຸດໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ອາລະຍະທຳທົ່ວໂລກ” ແລະ ສ້າງປະຊາຄົມຮ່ວມຊະຕາກຳປະເທດ LM ທີ່ແໜ້ນແຟ້ນກວ່າເກົ່າ.