ງານສະເຫຼີມສະຫຼອງການເປີດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄົບຮອບ 7 ປີ ໄດ້ຈັດຂຶ້ນຢູ່ປະເທດມຽນມາ

lmcchina.org, March 31, 2023
Size:

ວັນທີ 23 ມີນາ, ລັດຖະບານມຽນມາໄດ້ຈັດງານລ້ຽງຕ້ອນຮັບ ແລະ ງານວາງສະແດງໝາກຜົນ ໃນການຈັດຕັ້ງປະຕິບັດກອງທຶນສະເພາະກິດ ສໍາລັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ (LM) ຢູ່ນະຄອນຫຼວງເນປີດໍ ເພື່ອສະເຫຼີມສະຫຼອງການເປີດການຮ່ວມມື LM ຄົບຮອບ 7 ປີ ໂດຍມີ ທ່ານ Tin Aung San ຮອງນາຍົກລັດຖະມົນຕີ ສ ມຽນມາ, ທ່ານ Than Swe ລັດຖະມົນຕີກະຊວງການຕ່າງປະເທດ ສ ມຽນມາ, ທ່ານ ເຊິນໄຫ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສ ມຽນມາ ແລະ ບັນດາທູຕານຸທູດຂອງປະເທດລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ ປະຈຳ ສ ມຽນມາ ຈຳນວນເກືອບ 200 ຄົນເຂົ້າຮ່ວມ.

ງານວາງສະແດງໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດໂຄງການ LM ຢູ່ປະເທດມຽນມາ. ທ່ານ Than Swe ໄດ້ກ່າວວ່າ, ກອງທຶນສະເພາະກິດສໍາລັບການຮ່ວມມື LM ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດ 600 ກວ່າໂຄງການ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຢູ່ພາກພື້ນ. ສະເພາະຢູ່ປະເທດມຽນມາ ມີ 92 ໂຄງການທີ່ກວມເອົາ 34 ຂົງເຂດໄດ້ຮັບການສະໜັບສະໜູນຈາກກອງທຶນດັ່ງກ່າວ ເຊິ່ງໄດ້ນຳເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນມຽນມາ, ພ້ອມນີ້ ມຽນມາກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະນູນດ້ານທຶນຮອນຂອງຝ່າຍຈີນ. ໃນຖານະເປັນປະເທດປະທານຮ່ວມ, ຝ່າຍມຽນມາຍິນດີຮ່ວມກັບບັນດາປະເທດ LM ເພື່ອຮ່ວມກັນສ້າງພາກພື້ນໃຫ້ເປັນພາກພື້ນທີ່ມີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ມີການພັດທະນາແບບຍືນຍົງ.