ເວທີສົນທະນາ ການປົກຄອງຕາມກົດໝາຍ ລະດັບສາກົນ ອະນຸພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 2 ຈັດຂຶ້ນທີ່ນະຄອນຄຸນໝິງ

lmcchina.org, March 31, 2023
Size:

ໃນວັນທີ 18 ມີນາ ທີ່ຜ່ານມາ, ເວທີສົນທະນາການປົກຄອງຕາມກົດໝາຍລະດັບສາກົນອະນຸພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 2 ໄດ້ຈັດຂຶ້ນທີ່ ວິທະຍາຄານປ້ອງກັນຄວາມສະຫງົບແຂວງຢຸນນານ.

ບັນດາທ່ານຜູ້ຊ່ຽວຊານນັກປາດ ໃນຂົງເຂດນິຕິສາດ ຈາກວົງການວິຊາການ ແລະ ວົງການພາກປະຕິບັດ ໄດ້ປຶກສາຫາລືກັນຢ່າງເລິກເຊິ່ງ ໂດຍ ສຸມໃສ່ຫົວຂໍ້ ສິ່ງຄໍ້າປະກັນໃນການປົກຄອງຕາມກົດໝາຍ ຂອງການພັດທະນາຮ່ວມກັນ ໃນອະນຸພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນນໍ້າຂອງ, ໂດຍໄດ້ປິ່ນອ້ອມ ການປະສານສົມທົບລະຫວ່າງການປົກຄອງຕາມກົດໝາຍຢູ່ພາຍໃນປະເທດ ແລະ ການປົກຄອງຕາມກົດໝາຍທີ່ກ່ຽວພັນກັບຕ່າງປະເທດ, ການສົມທົບກັນທາງດ້ານການປົກຄອງຕາມກົດໝາຍ ກ່ຽວກັບການພັດທະນາເສດຖະກິດການຄ້າ ຢູ່ອະນຸພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຄວາມຕ້ອງການ ດ້ານການປົກຄອງຕາມກົດໝາຍຂອງການປົກປ້ອງຄວາມໝັ້ນຄົງຂ້າມແດນ, ພື້ນຖານທາງດ້ານການປົກຄອງຕາມກົດໝາຍຂອງການເຊື່ອມໂຍງກັນດ້ານເສດຖະກິດ, ສິ່ງຄໍ້າປະກັນທາງດ້ານການປົກຄອງຕາມກົດໝາຍຂອງການຊົມໃຊ້ກຳໄລຈາກການພັດທະນາດີຈີຕອນຮ່ວມກັນ, ໂລຈິກທາງດ້ານການປົກຄອງຕາມກົດໝາຍຂອງການເຊື່ອມໂຍງເຂົ້າກັນດ້ານເສດຖະກິດ ລະຫວ່າງ ປະເທດຈີນ, ລາວ, ໄທ ແລະ ເນື້ອໃນອື່ນໆ. ຜ່ານການປຶກສາຫາລືກັນ ເພື່ອເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນ, ສຸມສະຕິປັນຍາແລະ ກຳລັງແຮງ ເພື່ອຊຸກຍູ້ການປະກອບເປັນຂອບການຄໍ້າປະກັນທາງດ້ານການປົກຄອງຕາມກົດໝາຍໃນການພັດທະນາຮ່ວມກັນ ຢູ່ອະນຸພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສົ່ງເສີມການຫັນເປັນແບບ ຄຸ້ມຄອງຕາມກົດໝາຍ ພາຍໃຕ້ກອບການຮ່ວມມື ອະນຸພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ກໍຄື ການສ້າງປະຊາຄົມຮ່ວມຊະຕາກຳ ຂອງບັນດາປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ເວທີສົນທະນາຄັ້ງນີ້ ໄດ້ຈັດຂຶ້ນໂດຍ ສະມາຄົມນິຕິສາດການປະພຶດຈີນ, ສະມາຄົມນິຕິສາດແຂວງຢູນນານ ແລະວິທະຍາຄານປ້ອງກັນຄວາມສະຫງົບແຂວງຢູນນານ, ຮັບຜິດຊອບຈັດໂດຍ ສູນການປະຕິບັດກົດໝາຍກວມລວມ ແລະ ການຮ່ວມມືດ້ານຄວາມໝັ້ນຄົງ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ. ບັນດາວິທະຍາຄານປ້ອງກັນຄວາມສະຫງົບຫຼາຍແຫ່ງທີ່ມີຊື່ສຽງໃນທົ່ວປະເທດຈີນ, ສະຖານກົງສຸນໃຫຍ່ ລາຊາອາຈາຈັກໄທປະຈໍານະຄອນຄຸນໝິງ, ບັນດາຜູ້ຮັບຜິດຊອບຈາກອົງການກ່ຽວຂ້ອງຂັ້ນແຂວງ ແລະບັນດາຜູ້ຊ່ຽວຊານນັກປາດ ຈາກພາກສ່ວນຕ່າງໆກໍ່ໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້.