ລາວ-ຈີນ (ຢູນນານ) ຮ່ວມກັນລົງນາມຮ່ວມມືດ້ານເສດຖະກິດການຄ້າ

CRI, March 31, 2023
Size:

ໃນຕອນບ່າຍຂອງວັນທີ 29 ມີນາ 2023 ນີ້, ຄະນະກໍາມະການຮ່ວມມືລາວ-ຈີນ ແລະພະແນກການຄ້າແຂວງຢູນນານຈີນ ໄດ້ຈັດພິທີເຊັນສັນຍາການຮ່ວມມືດ້ານເສດຖະກິດການຄ້າລາວ—ຈີນ (ຢູນນານ) ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວຕາງໜ້າໂດຍ ທ່ານນາງ ພັນຈິນດາ ເລັ່ງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ບຸນເດດ ສຸດທະວີໄຊ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງກະສິກໍາ ແລະປ່າໄມ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ ເຊິ່ງໄດ້ລົງນາມຮ່ວມມືກັບທ່ານ ຫຼີ່ເສີນຢາງ ຫົວໜ້າພະແນກການຄ້າແຂວງຢູນນານ, ບັນດາກຸ່ມບໍລິສັດກໍ່ສ້າງລົງທຶນແຂວງຢູນນານ, ກຸ່ມບໍລິສັດຢູນນານນົງເຂິນ, ກຸ່ມບໍລິສັດພັດທະນາກະສິກໍາຢູນນານຈໍາກັດ ສປ ຈີນ. ນອກນັ້ນ, ຍັງມີການລົງນາມຮ່ວມມືລະຫວ່າງວິສາຫະກິດກັບວິສາຫະກິດເຊັ່ນ ບໍລິສັດຮ່ວມມືລົງທຶນລາວ-ຈີນຈໍາກັດ, ກຸ່ມບໍລິສັດລົງທຶນດ້ານພະລັງງານແຂວງຢູນນານ, ທະນາຄານລາວ-ຈີນ, ບໍລິສັດຮ່ວມທຶນເຕັກໂນໂລຊີລາວ ນິວເພ (NEWPAY), ລັດວິສາຫະກິດໄຟຟ້າລາວ, ບໍລິສັດມະນີພັດທະນາກະສິກໍາຈໍາກັດ, ຈໍາກັດ ແລະບໍລິສັດທີ່ກ່ຽວຂ້ອງຕາມລໍາດັບ, ໂດຍມີທ່ານ ໄຊຊະນະ ສິດທິພອນ ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈ້າວເຫວິນ ຢູ໋ ທີ່ປຶກສາເສດຖະກິດ ແລະການຄ້າສະຖານທູດ ສປ ຈີນ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີຄັ້ງນີ້, ສອງຝ່າຍລາວ-ຈີນໄດ້ລົງນາມໂຄງການຮ່ວມມື 9 ໂຄງການ  ເຊິ່ງຕິດພັນກັບ ໂຄງການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາທາງດ້ານກະສິກໍາ, ການພັດທະນາດ້ານພະລັງງານໃໝ່, ການຄ້າ E-commerce ຂ້າມແດນ, ການເຝິກອົບຮົມດ້ານເຕັກນິກວິຊາສະເພາະ, ການແລກປ່ຽນດ້ານວັດທະນະທໍາ ແລະຂົງເຂດວຽກງານອື່ນໆ  ເຊິ່ງການຮ່ວມມືດ້ານເສດຖະກິດການຄ້າລາວ—ຈີນ (ຢູນນານ) ໃນຄັ້ງນີ້ແມ່ນເປັນການຜັນຂະຫຍາຍການຈດັ ຕັ້ງປະຕິບັດຕົວຈິງອັນສໍາຄັນຂອງ “ຄູ່ຮ່ວມຊະຕາກໍາລາວ-ຈີນ”ທີ່ການນໍາສອງປະເທດລາວ-ຈີນ ເຫັນດີເປັນເອກະພາບຮ່ວມກັນ, ພ້ອມທັງເປັນການຊ່ວຍຍົກລະດັບການຮ່ວມມືດ້ານເສດຖະກິດ-ການຄ້າຂອງສອງຝ່າຍໃຫມີຄວາມຕໍ່ເນື່ອງ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືລາວ-ຈີນ, ໂດຍສະເພາະແມ່ນ ສປປ ລາວກັບແຂວງຢູນນານ ສປ ຈີນ ໃຫ້ເຂົ້າສູ່ລວງເລິກໄປຕື່ມອີກບາດກ້າວຫນຶ່ງ.