ລາວ-ຈີນ ລົງນາມສ້າງນິຄົມອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ

CRI, March 30, 2023
Size:

    ວັນທີ 24 ມີນາ 2023, ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ “ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ” ຢູ່ທີ່ນະຄອນຫຼວງວຽງຈັນ, ເພື່ອຫັນປ່ຽນກະສິກໍາດັ້ງເດີມຂອງລາວໄປສູ່ກະສິກໍາທີ່ທັນສະໄໝ, ໂດຍມີທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ທົງຢົງເຮິງ ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຕາງໜ້າສອງຝ່າຍລາວແລະຈີນລົງນາມເຊັນບົດບັນທຶກຄວາມເຂົ້າໃຈຮວ່ມກັນ.

    ອີງຕາມການລາຍງານໃຫ້ຮູ້ວ່າ: ນິຄົມອຸດສາຫະກໍາແບ່ງອອກເປັນ 3 ເຂດໃຫຍ່ຄື: ເຂດນິຄົມອຸດສາຫະກໍາປຸ໋ຍໂປຕາສ, ເຂດນິຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງ ອາຊີ-ໂປຕາສ, ກວມເນື້ອທີ່ທັງໝົດ 2,000 ເຮັກຕາ, ຢູ່ທີ່ແຂວງຄໍາມວນ ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ, ຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່, ເພື່ອຊຸກຍູ້ປະເທດລາວສ້າງເປັນຮູບແບບອຸດສາຫະກໍາທົດແທນການນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ.

    ຕົວເມືອງ ອາຊີ-ໂປຕາສຈະກາຍເປັນຕົວເມືອງທີ່ທັນສະໄໝ,ປະກອບລວມມີທັງການແພດ, ການສຶກສາ, ການຄ້າ, ກິລາ, ການບໍລິການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ໃນດ້ານໜຶ່ງ ແມ່ນເຮັດໃຫ້ປະຊາຊົນເຂົ້າມາໃນຕົວເມືອງ, ກໍ່ສ້າງໃຫ້ເປັນອຸດສາຫະກໍາສີມືແຮງງານ, ປົດປ່ອຍທ່າແຮງຕົ້ນທຶນແຮງງານ, ອີກດ້ານໜຶ່ງຈະເປັນການເປີດປະຕູສູ່ພາຍນອກເພື່ອສະແດງໃຫ້ເຫັນເຖີງສັກກະຍະພາບຂອງລາວ, ເພື່ອດຶງດູດນັກລົງທຶນ ແລະ ບຸກຄະລາກອນໃນທົ່ວໂລກເຂົ້າມາລວມຕົວ ແລະ ດໍາເນີນທຸລະກິດຢູ່ໃນປະເທດລາວ.

    ໃນພິທິເຊັນບົດບັນທຶກຄວາມເຂົ້າໃຈ, ທ່ານ ທົງຢົງເຮິງ ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ກ່າວວ່າ: ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນຮູບແບ[ການກໍ່ສ້າງແບບອຸດສາຫະກໍາ ແລະ ແບບຕົວເມືອງ,ທີ່ສະແດງເຖິງທ່າແຮງການພັດທະນາຂອງປະເທດລາວ, ສະໜອງຄວາມມີຊີວິດຊີວາ-ພະລັງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມລາວ, ພາຍຫຼັງໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ, ຈະຊຸກຍູ້ການມີວຽກເຮັດງານທໍາໃຫ້ທ້ອງຖິ່ນ 30,000-50,000 ຄົນ, ໃຫ້ການສະໜັບສະໜູນອັນສໍາຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມລາວ ທີ່ມີຄຸນນະພາບສູງແລະມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ.