ທີມເຮືອລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງຄັ້ງທີ127ໄດ້ຊ່ວຍກອບກູ້ເຮືອການຄ້າຂອງລາວທີ່ປະສົບໄພ

CRI, March 29, 2023
Size:

ວັນທີ 23 ມີນານີ້,ໃນເວລາລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງລະຫວ່າງຈີນ, ລາວ, ໄທແລະມຽນມາຄັ້ງທີ 127, ທີມເຮືອໄດ້ຊ່ວຍກອບກູ້ເຮືອການຄ້າຂອງລາວທີ່ປະສົບໄພຢ່າງສຳເລັດຜົນ.

ຕາມລາຍງານວ່າ: ໃນເວລາ 10 ໂມງ 50 ນາທີມື້ດຽວດັນ, ທີມເຮືອລາດຕະເວນຮ່ວມໄດ້ຮັບແຈ້ງວ່າ, ເຮືອການຄ້າຂອງລາວໄດ້ຕຳກ້ອນຫີນໃນນ້ຳ, ມີຄວາມອັນຕະລາຍທີ່ສຸດ. ພາຍຫຼັງໄດ້ຮັບແຈ້ງແລ້ວ, ກອງບັນຊາການໄດ້ອອກຄຳສັ່ງຊ່ວຍກູ້ໄພໃນທັນທີ ໂດຍການສົ່ງເຮືອລາດຕະເວນຝ່າຍຈີນທີ່ຢູ່ໃກ້ກັບບ່ອນເກີດເຫດໄປຊ່ວຍກູ້ໄພ. ພາຍຫຼັງ 20 ນາທີ ໄປຮອດເຂດນ້ຳທີ່ເກີດເຫດ, ໄດ້ດຳເນີນການສຳຫຼວດແລະປະເມີນຄວາມສ່ຽງຕໍ່ສະພາບການຕຳກ້ອນຫີນ. ຈາກນັ້ນ, ໄດ້ສົ່ງເຈົ້າໜ້າທີ່ປະຕິບັດກົດໝາຍຂອງຈີນແລະລາວລວມ 11 ຄົນປະກອບເປັນໜ່ວຍງານກູ້ໄພດ່ວນແລະຂີ່ເຮືອປະຕິບັດກົດໝາຍຂອງເຂດທະຫານແຂວງຫຼວງນ້ຳທາປະເທດລາວໄປເຂົ້າຮ່ວມການຊ່ວຍກູ້ໄພຢູ່ສະຖານທີ່ເກີດເຫດ.

ໂດຍຜ່ານການຊ່ວຍກູ້ໄພເປັນເວລາ1ຊົ່ວໂມງຢ່າງເຄັ່ງຮ້ອນ, ເຮືອການຄ້າຂອງລາວໄດ້ພົ້ນຈາກຄວາມອັນຕະລາຍຢ່າງສຳເລັດຜົນ, ລູກເຮືອ8ຄົນບໍ່ມີຄວາມເສຍຊີວິດແລະບາດເຈັບ, ຄວາມເສຍຫາຍດ້ານເຮືອແລະສິນຄ້າລ້ວນແຕ່ໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນ.