ຕະຫຼາດຄ້າຂາຍຫຼັກຊັບຊຽງໄຮ ກັບ ຕະຫຼາດຄ້າຂາຍຫຼັກຊັບໄທດຳເນີນການຮ່ວມມືດ້ານສະພາບດັດຊະນີ

CRI, March 28, 2023
Size:

    ວັນທີ 24 ມີນານີ້, ຕະຫຼາດຄ້າຂາຍຫຼັກຊັບຊຽງໄຮ ກັບ ຕະຫຼາດຄ້າຂາຍຫຼັກຊັບໄທໄດ້ດຳເນີນການຮ່ວມມືດ້ານສະພາບດັດຊະນີຢ່າງສຳເລັດຜົນ.

     ນັບມາຮອດປັດຈຸບັນ, ຕະຫຼາດຄ້າຂາຍຫຼັກຊັບຊຽງໄຮໄດ້ເຊັນບົດບັນທຶກຊ່ວຍຈຳຄວາມເຂົ້າໃຈກັນກ່ຽວກັບການຮ່ວມມືກັບຕະຫຼາດຄ້າຂາຍຫຼັກຊັບຂອງ 7 ປະເທດອາຊຽນແລ້ວ. ປີ 2018, ຕະຫຼາດຄ້າຂາຍຫຼັກຊັບຊຽງໄຮຍັງຮ່ວມກັບອົງການທີ່ກ່ຽວຂ້ອງຂອງຈີນ ຮ່ວມກັນສ້າງຕັ້ງສູນການແລກປ່ຽນແລະຮ່ວມມືສາກົນຂອງຕະຫຼາດຄ້າຂາຍຫຼັກຊັບຊຽງໄຮເພື່ອດຳເນີນການແລກປ່ຽນ ແລະ ການຮ່ວມມືຢ່າງກວ້າງຂວາງກັບຕະຫຼາດຄ້າຂາຍຕ່າງໆໃນພາກພື້ນອາຊຽນ.