ຜູ້ຊ່ຽວຊານລາວ: ປະຊາທິປະໄຕແບບຈີນເປັນໜ້າສົນໃຈ ແລະ ສຶກສາຄົ້ນຄວ້າ

CRI, March 27, 2023
Size:

    ວັນທີ 22 ຫາ 23 ມີນາ 2023, ກອງປະຊຸມເວທີເປິກສາຫາລືສາກົນຄັ້ງທີ 2 ພາຍໃຕ້ຫົວຂໍ້ “ປະຊາທິປະໄຕ: ຄ່ານິຍົມຮ່ວມຂອງມວນມະນຸດ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ອະດີດບຸກຄົນສຳຄັນທາງການເມືອງ, ທູຕານຸທູດຕ່າງປະເທດປະຈຳຈີນ, ຊ່ຽວຊານ ແລະ ວິຊາການມາຈາກປະເທດຕ່າງໆຢູ່ໃນໂລກທັງໝົດ 200 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມເວທີເປິກສາຫາລື.

    ໃນຖານະເປັນຜູ້ຊ່ຽວຊານຝ່າຍລາວ, ທ່ານ ພູວົງ ພິມມະກອງ ຮັກສາການຫົວໜ້າຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດລາວໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG.