ທາງລົດໄຟຈີນ-ລາວເປີດບໍລິການໄດ້ 15 ເດືອນແລ້ວ ຍອດປະລິມານການຂົນສົ່ງສິນຄ້າສາກົນທີ່ຈັບຕ້ອງໄດ້ມີຫຼາຍກວ່າ 3 ລ້ານໂຕນ

CRI, March 27, 2023
Size:

    ນັບມາຮອດປັດຈຸບັນ, ທາງລົດໄຟຈີນ-ລາວໄດ້ເປີດບໍລິການເປັນເວລາ 15 ເດືອນແລ້ວ. ໃນເດືອນມີນານີ້, ຂະບວນລົດໄຟຂົນສົ່ງສິນຄ້າທີ່ຈັບຕ້ອງໄດ້ຂ້າມຊາດໄດ້ໄປເຖິງປະເທດລາວ, ໄທ, ມຽນມາເປັນຕົ້ນ, ຈຳນວນຖ້ຽວລົດໄຟໄດ້ເພີ່ມຂຶ້ນຫຼາຍສຸດຮອດ 8 ຄູ່ໃນແຕ່ລະມື້,  ຍອດປະລິມານການຂົນສົ່ງສິນຄ້າສາກົນທີ່ຈັບຕ້ອງໄດ້ມີຫຼາຍກວ່າ 3 ລ້ານໂຕນ.

    ທາງລົດໄຟຈີນ-ລາວໄດ້ຂົນສົ່ງເຄື່ອງໃຊ້ປະຈຳວັນ, ເຄື່ອງເອເລັກໂຕຣນິກ, ດອກໄມ້ ແລະໝາກໄມ້ຈຳນວນຫຼວງຫຼາຍໄປຮອດປະເທດລາວ ແລະປະເທດໃກ້ຄຽງ, ພ້ອມກັນນັ້ນ, ຍັງໄດ້ຂົນສົ່ງຜະລິດຕະພັນ ແລະໝາກໄມ້ທີ່ມີຄຸນນະພາບສູງຂອງປະເທດໃນອາຊີອາຄະເນມາສູ່ຕະຫຼາດຈີນ.

    ປັດຈຸບັນ, ການໃຊ້ເວລາຜ່ານດ່ານບໍຫານຈາກ 40 ກວ່າຊົ່ວໂມງໃນເມື່ອກ່ອນຫຼຸດລົງເຫຼືອພຽງ 5 ຊົ່ວໂມງ, ສອງປະເທດຈີນ-ລາວພວມເປິກສາຫາລືແຜນການແລ່ນຂະບວນລົດໄຟໂດຍສານຂ້າມຊາດຕາມທາງລົດໄຟຈີນ-ລາວ ແລະພະຍາຍາມໃຫ້ບັນລຸຜົນເປັນຈິງພາຍໃນປີນີ້.