ສະຖານທູດ ສປປ ລາວ ປະຈຳ ສປ ຈີນ ເປັນເຈົ້າພາບຈັດກອງປະຊຸມຄະນະກຳມາການທິການອາຊຽນ ທີ່ປັກກິ່ງ ປະຈຳປີ 2023 ຄັ້ງທີ I

CRI, March 22, 2023
Size:

ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມາທິການອາຊຽນ ທີ່ປັກກິ່ງ ປະຈຳປີ 2023 ຄັ້ງທີ I, ພາຍໃຕ້ການເປັນປະທານຂອງທ່ານນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ໃນວັນທີ 16 ມີນາ 2023, ທີ່ ນະຄອນຫລວງ ປັກກິ່ງ.

ກອງປະຊຸມຄັ້ງນີ້ມີແຂກຈາກສະຖານທູດປະເທດສະມາຊິກອາຊຽນ 10 ປະເທດທີ່ມີສໍານັກງານຢູ່ນະຄອນຫລວງປັກກິ່ງເຂົ້າຮ່ວມ, ໃນນັ້ນມີຂັ້ນເອກອັກຄະລັດຖະທູດເຂົ້າຮ່ວມ 8 ທ່ານ ແລະ ຂັ້ນຮອງຫົວຫນ້າສຳນັກງານເຂົ້າຮ່ວມ 2 ທ່ານ, ໃນກອງປະຊຸມດັ່ງກ່າວໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບບັນດາຜົນສຳເລັດຂອງກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ພ້ອມທັງມີການລາຍງານຈາກບັນດາປະເທດສະມາຊິກກ່ຽວກັບຜົນຂອງການຮ່ວມມືສອງຝ່າຍ, ລາຍງານຜົນການຢ້ຽມຢາມສອງຝ່າຍຂອງການນຳຂັ້ນສູງຂອງອາຊຽນ ແລະ ຈີນ ແລະ ສົນທະນາສະພາບການຕ່າງໆຂອງໂລກ.

ຫລັງຈາກສຳເລັດກອງປະຊຸມແລ້ວ, ເອກອັກຄະລັດຖະທູດລາວ ທ່ານນາງ ຄຳເພົາ ເອີນທະວັນ ໄດ້ເຊື້ອເຊີນທ່ານ ຫູສຽວຫລີ ຄະນະປະຈຳສະພາ, ຮອງເລຂາທິການ, ກຳມະການຂອງຄະນະກຳມາທິການວຽກງານການຕ່າງປະເທດ ສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ພ້ອມດ້ວຍຄະນະໄດ້ຕາງຫນ້າໃຫ້ແກ່ຝ່າຍຈີນ ເຂົ້າຮ່ວມເປັນແຂກກິດຕິມະສັກ ໂດຍໄດ້ສົນທະນາແລກປ່ຽນຄວາມເຫັນລະຫວ່າງບັນດາທູຕານຸທູດປະເທດສະມາຊິກອາຊຽນ ແລະ ຄະນະຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ກ່ຽວກັບຜົນສຳເລັດ ແລະ ຫມາກຜົນທີ່ໄດ້ຮັບຈາກກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14  ແລະ ກອງປະຊຸມຄັ້ງທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ທີ່ຫາກໍປິດລົງຢ່າງເປັນທາງການໃນວັນທີ 13 ມີນາ 2023 ນີ້.