ທ່ານ ປະສົງເລລອງເຈືອງເມັງໃຫ້ຂໍ້ສະໜີ : ຊຸກຍູ້ເສີມສ້າງຄວາມເຂົ້າອົກເຂົ້າໃຈຮັກແພງກັນ ລະຫວ່າງ ປະຊາຊົນ LM

lmcchina.org, March 21, 2023
Size:

ກອງປະຊຸມຄັ້ງປະຖົມມະເລິກ ຂອງ ສະພາທີ່ປຶກສາການເມືອງທົ່ວປະເທດຈີນ ສະໄໝທີ XIVທີ່ຫາກໍປິດລົງນີ້, ທ່ານ ປະສົງເລລອງເຈືອງເມັງ, ຄະນະກໍາມະການສະພາທີ່ປຶກສາ ການເມືອງທົ່ວປະເທດຈີນ, ຮອງປະທານສະມາຄົມສາສະໜາພຸດຈີນ ໄດ້ຍື່ນຮ່າງຂໍ້ສະເໜີ ແລະສະເໜີສ້າງຕັ້ງອົງການແລກປ່ຽນ ລະຫວ່າງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ (LM) ຂຶ້ນຢູ່ໃນສະຖາບັນຊັ້ນສູງ ສໍາລັບຄົ້ນຄວ້າພຸດທະສາສະໜາໝວດພາສາບາລີຈີນ, ໂດຍຜ່ານຮູບແບບດໍາເນີນການແລກປ່ຽນວັດທະນະທໍາທາງສາສະໜາພຸດ, ຊຸກຍູ້ສົ່ງເສີມປະຊາຊົນຂອງບັນດາປະເທດໃຫ້ມີຄວາມຮັບຮູ້ເຂົ້າໃຈເຖິງປະຊາຄົມຮ່ວມຊາຕາກໍາດຽວກັນ ໃນເຂດ LM.

ທ່ານ ປະສົງເລລອງເຈືອງເມັງໄດ້ສະເໜີວ່າ: ຫຼາຍປີຜ່ານມາ, ວົງການພຸດທະສາສະໜາຂອງປະເທດ ຈີນ ກໍໄດ້ຕັ້ງໜ້າດໍາເນີນການແລກປ່ຽນກັບບັນດາປະເທດ LM  ໂດຍຜ່ານການຈັດກອງປະຊຸມແລກປ່ຽນດ້ານພຸດທະສາສະໜາ LM ຜ່ານຮູບແບບອອນລາຍ, ກອງປະຊຸມຍ່ອຍພາຍໃຕ້ຫົວຂໍ້ພຸດທະສາສະໜາເຂດ LM ທີ່ປິ່ນອ້ອມກອງປະຊຸມສາສະໜາພຸດໂລກ ຄັ້ງທີ , ເວທີສົນທະນາລະດັບສູງຂອງສາສະໜາພຸດນິກາຍຫິນະຍານ ຄັ້ງປະຖົມມະເລີກ ແລະກອງປະຊຸມອື່ນໆ ກໍໄດ້ມີການແລກປ່ຽນຄະນະຜູ້ແທນສົງເຊິ່ງເກັນແລະກັນ,  ເພື່ອເພີ່ມທະວີມິດຕະພາບອັນດີງາມຂອງການໄປມາຫາສູ່ກັນເຊິ່ງກັນແລະກັນ, ຊຸກຍູ້ສົ່ງເສີມການແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ. ທ່ານ ຫວັງຢ່າງຍິ່ງວ່າ ໃນອະນາຄົດຈະສືບຕໍ່ເສີມຂະຫຍາຍທ່າແຮງດັ່ງກ່າວໃຫ້ດີຂຶ້ນຕື່ມອີກບາດກ້າວໜຶ່ງ, ເພີ່ມທະວີການຮ່ວມມືແລກປ່ຽນບົດຮຽນວຽກງານພຸດທະສາສະໜາລະຫວ່າງບັນດາປະເທດໃຫ້ຫຼາຍຂຶ້ນ, ຊຸກຍູ້ຄວາມເຂົ້າອົກເຂົ້າໃຈຮັກແພງກັນ ລະຫວ່າງປະຊາຊົນເຂດ LM ພ້ອມທັງປະກອບສ່ວນເຂົ້າໃນການຊຸກຍູ້ວຽກງານການສ້າງປະຊາຄົມຮ່ວມຊາຕາກໍາດຽວກັນໃນເຂດ LM.

ສໍາລັບການດຳເນີນງານລະອຽດ, ທ່ານ ກໍໄດ້ນໍາສະເໜີຜ່ານໜັງສືສະເໜີວ່າ, ປັດຈຸບັນກິ່ງແຂວງສິບສອງພັນນາ ແຂວງຢູຸນນານ ກໍາລັງກະກຽມວຽກງານກໍ່ສ້າງສະຖາບັນຄົ້ນຄວ້າພຸດທະສາສະໜາຊັ້ນສູງໝວດພາສາບາລີ ໂດຍໄດ້ກໍານົດເອົາການບໍາລຸງກໍ່ສ້າງຄວາມເກັ່ງກ້າສາມາດລະດັບສູງຂອງນັກບວດທີ່ເຊື່ອຖືສາສະໜາພຸດນິກາຍຫິນະຍານ ເຊິ່ງບໍ່ສະເພາະແຕ່ຈະສ້າງໃຫ້ເປັນແຫຼ່ງພື້ນຖານ ສໍາລັບການບໍາລຸງສ້າງບຸກຄະລາກອນລະດັບສູງຂອງສາສະໜາພຸດຫິນະຍານພາຍໃນປະເທດເທົ່ານັ້ນ, ຍັງຈະໄດ້ເຊື້ອເຊີນເອົາບັນດານັກບວດຂອງບັນດາປະເທດ LM ເພື່ອມາຮຽນຮູ້ວັດທະນະທໍາອັນເປັນມູນເຊື້ອທີ່ດີເດັ່ນ ຂອງ ສປ ຈີນ. ຫວັງຢ່າງຍິ່ງວ່າ ພາຍຫຼັງທີ່ ສະຖາບັນຊັ້ນສູງສໍາລັບການຄົ້ນຄວ້າພຸດທະສາສະໜາໝວດພາສາບາລີຈີນ ສ້າງຕັ້ງສໍາເລັດແລ້ວ,ຈະໄດ້ສະເໜີສ້າງຕັ້ງສູນຄົ້ນຄວ້າວັດທະນະທໍາສາສະໜາພຸດ LM ເພື່ອເປັນການເສີມຂະຫຍາຍບົດບາດໃນການສິດສອນ ແລະການຄົ້ນຄວ້າຮ່ວມກັນ, ຮັບໃຊ້ປະເທດຊາດ ດ້ານການພົວພັນກັບຕ່າງປະເທດ, ທັງເປັນການເພີ່ມທະວີການຮ່ວມມືກັບບັນດາປະເທດ LM.